ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ໂຄຣຽນແອຣ (Korean Air ) ເປັນສາຍການບິນ ແຫ່ງຊາດ ສ.ເກົາຫລີ ເປີດເຜີຍວ່າ: ແຜນການ ເພີ່ມຖ້ຽວບິນ ໄປຍັງຈີນ ນັບແຕ່ວັນທີ 17 ມີນາ ເປັນຕົ້ນໄປ. ໂດຍຖ້ຽວບິນ ລະຫວ່າງ ສ.ເກົາຫລີ ແລະ ຈີນ ຈະເພີ່ມຂຶ້ນ ຈາກ 13 ເປັນ 84 ຖ້ຽວ ຕໍ່ອາທິດ ໃນທ້າຍ ເດືອນມີນານີ້ ແລະ ຈະເພີ່ມຂຶ້ນ ເປັນ 99 ຖ້ຽວຕໍ່ອາທິດ ໃນເດືອນ ພືດສະພາ. ຄາດວ່າ ຄວາມຖີ່ ຂອງ ຖ້ຽວບິນ ຕໍ່ອາທິດ ໃນເສັ້ນທາງ ໄປສູ່ຈີນ ຂອງ ສາຍການບິນນີ້ ຈະກວມເອົາເຖິງ 38% ຂອງ ລະດັບ ໃນເດືອນມີນາ ແລະ ເດືອນເມສາ 2019 ແລະ 43% ໃນເດືອນ ພືດສະພາ ແລະ ເດືອນ ມິຖຸນາ 2019. ນອກນັ້ນ, ສາຍການບິນ ດັ່ງກ່າວ ຈະສະ ເໜີ ຕາຕະລາງ ຖ້ຽວບິນ ລະຫວ່າງ ສະໜາມບິນ ອິນຊອນ ແລະ ສະໜາມບິນ ກິມໂປໃນ ສ.ເກົາຫລີ ກັບ ບັນດາ ຕົວເມືອງໃຫຍ່ ໃນຈີນ ເຊັ່ນ: ປັກກິງ ແລະ ຊຽງໄຮ້ ເພື່ອໃຫ້ມີຄວາມສະດວກຫລາຍຂຶ້ນ. ສາຍການບິນນີ້ ຈະກວດກາ ສາຂາທຸລະກິດ ແລະ ການບໍລິການ ສະໜາມບິນ ຂັ້ນພື້ນຖານ ໃນຈີນ ເພື່ອຮັບປະກັນ ການດຳເນີນງານ ໃຫ້ມີ ຄວາມປອດໄພ ແລະ ຄວາມສະດວກສະບາຍ ຂອງລູກຄ້າ.