ຝຣັ່ງປະທ້ວງໜັກ ຫລັງວຸດທິສະພາເຫັນພ້ອມ ແຜນປະຕິຮູບບໍານານຂອງລັດຖະບານທ່ານ ມາຄຣົງ

ຊາວຝຣັ່ງຫລາຍແສນຄົນລວມຕົວກັນຊຸມນຸມປະທ້ວງແຜນປະຕິຮູບເງິນບໍານານຂອງລັດຖະບານປະທານາທິບໍດີ ເອັມມານູເອລ ມາຄຣົງ ໃນນະຄອນຫລວງປາຣີ ໃນວັນທີ 11 ມີນາ ໂດຍເຫດປະທ້ວງມີທ່າອ່ຽງຮຸນແຮງຂຶ້ນ ຫລັງວຸດທິສະພາມີມະຕິເຫັນພ້ອມແຜນປະຕິຮູບດັ່ງກ່າວດ້ວຍມະຕິ 195 ຕໍ່ 112 ສຽງ.
ໂດຍແຜນປະຕິຮູບເງິນບໍານານຂອງທ່ານ ມາຄຣົງ ທີ່ກໍາລັງໄດ້ຮັບສຽງວິພາກວິຈານ ແລະ ແຮງຄັດຄ້ານໃນຕອນນີ້ ບັນຫາສໍາຄັນຄືຈະປັບເກນອາຍຸຂັ້ນຕໍ່າຂອງຜູ້ມີສິດໄດ້ຮັບເງິນບໍານານຈາກ 62 ປີ ເປັນ 64 ປີ. ອີກທັງຍັງເປັນການເພີ່ມຈໍານວນປີໃຫ້ຜູ້ທີ່ຕ້ອງຈ່າຍເງິນສົມທົບ ເພື່ອໃຫ້ໄດ້ຮັບເງິນບໍານານເຕັມຈໍານວນນໍາອີກ ເຊິ່ງຫລາຍຝ່າຍເບິ່ງວ່າແຜນປະຕິຮູບນີ້ອາດບໍ່ຍຸຕິທໍາສໍາລັບຜູ້ທີ່ເລີ່ມເຮັດວຽກນັບແຕ່ອາຍຸຍັງນ້ອຍ.
ສະຫະພາບແຮງງານຝຣັ່ງຄັດຄ້ານການຊຸກຍູ້ແຜນປະຕິຮູບສະບັບນີ້ຢ່າງຈິງຈັງ, ພ້ອມຮຽກຮ້ອງໃຫ້ລັດຖະບານທ່ານ ມາຄຣົງ ຍອມກ້າວລົງ ລວມທັງຮຽກຮ້ອງໃຫ້ມີການລົງປະຊາມະຕິກ່ຽວກັບແຜນປະຕິຮູບບໍານານດັ່ງກ່າວ.
ການມີມະຕິເຫັນພ້ອມແຜນປະຕິຮູບຈາກວຸດທິສະພາໃນຄັ້ງນີ້ເຮັດໃຫ້ຮ່າງກົດໝາຍສະບັບນີ້ໃກ້ມີຜົນບັງຄັບໃຊ້ຕົວຈິງເພີ່ມຂຶ້ນ ໂດຍຄະນະກໍາມາທິການຮ່ວມຈາກວຸດທິສະພາ ແລະ ສະພາຜູ້ແທນລາຊະດອນຈະພິຈາລະນາແຜນປະຕິຮູບນີ້ອີກ ກ່ອນຈະລົງມະຕິເປັນຄັ້ງສຸດທ້າຍ ເຊິ່ງຄາດວ່າຈະມີຂຶ້ນໃນວັນທີ 16 ມີນາ ຕາມເວລາທ້ອງຖິ່ນ.
ຂະນະທີ່ຜົນການສໍາຫລວດຄວາມຄິດເຫັນຫລ້າສຸດໂດຍສະຖານີໂທລະພາບ BFMTV ຊີ້ວ່າ: ຊາວຝຣັ່ງປະມານ 63% ເຫັນພ້ອມຕໍ່ການຊຸມນຸມປະທ້ວງຕໍ່ຕ້ານແຜນປະຕິຮູບບໍານານ ແລະ ອາຍຸກະສຽນ ແລະ 54% ສະໜັບສະໜູນໃຫ້ມີການນັດພັກວຽກ ແລະ ປິດກັ້ນເສັ້ນທາງໃນບາງພື້ນທີ່. ແຕ່ຢ່າງໃດກໍຕາມ, 78% ຍັງເຊື່ອວ່າລັດຖະບານທ່ານ ມາຄຣົງ ຈະສາມາດຊຸກຍູ້ແຜນປະຕິຮູບສະບັບນີ້ຈົນປະກາດບັງຄັບໃຊ້ໄດ້ສໍາເລັດ.
ອ້າງອີງ:
https://www.theguardian.com/…/macrons-pension-reforms…

