ອາເຊນອລ-ເຊລຊີ ເປີດເສິກຍາດປີກທີມຊາດສະເປນເສີມເກມບຸກ

ອາເຊນອລ ແລະ ເຊລຊີ 2 ສະໂມສອນໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ກຽມເປີດເສິກນອກສະໜາມຍາດກັນໄລ່ລ່າຕົວ ອາເລັກ ບາເອນ່າ ປີກອະນາຄົດໄກຂອງ ບີຢາ ຣຽວ ທີມໃນ ລາ ລີກາ ສະເປນ ໄປເສີມທີມໃນລະດູການນີ້ ຕາມລາຍງານວັນທີ 9 ມີນາຜ່ານມາ.

ດາວເຕະອາຍຸ 21 ປີ ລະເບີດຜົນງານໄດ້ຢ່າງດີເດັ່ນດ້ວຍການຍິງໄປ 10 ປະຕູ ກັບ 5 ແອສຊິສ ຈາກ 33 ເກມລວມທຸກລາຍການໃຫ້ກັບ ບີຢາ ຣຽວ ໃນປີນີ້ ເຊິ່ງເຮັດໃຫ້ລາວໄດ້ຮັບຄຳຊົມຈາກຫລາຍຝ່າຍ ແລະ ໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນໂດຍສະເພາະ ອາເຊນອລ ແລະ ເຊລຊີ.

ມິເກລ ອາເຕຕ້າ ຜູ້ຈັດການທີມ ອາເຊນອລ ຕ້ອງການຕົວບຸກສາຍເລືອດໃຫມ່ເຂົ້າມາແບ່ງເບົາພາລະຂອງ ບູກາໂຢ ຊາກ້າ ແລະ ກາບຣຽລ ມາຕີເນລລີ ເພື່ອກຽມເຮັດເສິກຫລາຍລາຍການໃນລະດູການໜ້າ ເຊິ່ງ ບາເອນ່າ ເປັນເປົ້າຫມາຍລຳດັບທຳອິດທີ່ຢາກໄດ້ຕົວ.

ຂະນະທີ່ ເກຣແຮມ ພັອດເຕີ ຂອງເຊລຊີ ກໍຕ້ອງການເບິ່ງຫາດາວຮຸ່ງພອນສະຫວັນ ເຂົ້າມາສູ່ທີມເພື່ອເປັນທາງເລືອກໃນເກມບຸກສຳລັບລະດູການໃຫມ່ ໂອຍຊື່ຂອງ ບາເອນາ ກໍຢູ່ໃນລາຍການພິຈາລະນາທີ່ຈະຄວ້າຕົວເຂົ້າມາຍັງຖິ່ນ ສະແຕມຟອດ ບຣິດ.

ສຳລັບ ບາເອນາ ຍັງມີສັນຍາກັບ ບີຢາ ຣຽວ ຍາວເຖິງປີ 2028 ແລະ ມີຄ່າຕົວປະມານ 15 ລ້ານປອນ.