ບາເຢີນ ມິວນິກ ຍ້ຳໄຊ ເປແອສເຊ 2-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ຢູຟາ ແຊ້ມປຽນລີກ ໄດ້ສຳເລັດ

ຢູຟາ ແຊ້ມປ້ຽນລີກ 2022/23 ຮອບ 16 ທີມສຸດທ້າຍ ລະຫວ່າງ ບາເຢິນ ມິວນິກ ຂອງ ບຸນເດສລີກາ ເຢຍລະມັນ ເປີດບ້ານຕ້ອນຮັບ ປາຣີ ແຊັງ-ແຊັກແມັງ ຈາກລີກ 1 ຝຣັ່ງ, “ເສືອໃຕ້” ຄອງຄວາມໄດ້ປຽບກ່ອນ ຫລັງບຸກໄປເອົາຊະນະ ເຖິງຖິ່ນ 1-0 ໃນນັດທໍາອິດ.

ໃນເຄິ່ງເວລາທໍາອິດເປັນຝ່າຍ ເປແອສເຊ ທີ່ເປີດເກມບຸກໂຈມຕີໄດ້ດີກວ່າ. ຈົນກ່ວາເກືອບໄດ້ປະຕູນໍາຫລາຍຄັ້ງ ແຕ່ກໍຍັງບໍ່ມີຄະແນນໃນ 45 ນາທີທຳອິດຂອງເກມນີ້, ສ່ວນເຄິ່ງເວລາທີສອງນາທີ 61 ກາຍເປັນຝ່າຍ ບາເຢິນ ມິວນິກ ທີ່ໄດ້ປະຕູຂຶ້ນນຳ 1-0 ຈາກຈັງຫວະຂອງ ໂທມັສ ມູລເລີ ຈ່າຍໃນເຂດໂທດໃຫ້ ຊູໂປ-ໂມຕິງ ຍິງດ້ວຍຂວາເຂົ້າໄປຢ່າງງ່າຍດາຍ.

ຈາກນັ້ນ ທ້າຍເກມໃນນາທີ 89 ທີມເຈົ້າບ້ານໄດ້ປະຕູຂຶ້ນນຳ 2-0 ຈາກການຍິງຂອງ ເເຊັງ ນາບຣີ ທີ່ຍິງຜ່ານມືຂອງ ຈີລຸຍຈິ ດອນນາຣູມມາ ຈົບເກມ ບາເຢິນ ມິວນິກ ເປີດບ້ານເອົາຊະນະ ປາຣີ ແຊັງ-ແຊັກແມັງ 2-0 ແລະ ຜ່ານເຂົ້າຮອບ 8 ທີມ ຢູຟາ ແຊ້ມປ້ຽນລີກ 2022/23 ດ້ວຍຄະແນນລວມ 3-0.