ພັອດເຕີ ຍົກຄວາມດີໃຫ້ລູກທີມ ຫລັງຄວ້າໄຊຊະນະຈາກ ດັອດມຸນ ເຂົ້າຮອບ 8 ທີມ ແຊ້ມປຽນລີກ

ແກຣມ ພັອດເຕີ ຫົວຫນ້າຄູຝຶກ ເຊວຊີ ຍົກຄວາມດີໃຫ້ກັບລູກທີມທີ່ຮ່ວມໃຈກັນສູ້ຈົນເອົາຊະນະ ບຸຣຸສເຊຍ ດັອດມຸນ ຜ່ານເຂົ້າສູ່ຮອບ 8 ທີມໄດ້ສຳເລັດ.

ສິງໂຕນ້ຳເງິນຄາມ ເປີດບ້ານເອົາຊະນະ ເສືອເຫລືອງ 2-0, ລວມຜົນການແຂ່ງຂັນທັງສອງເກມຜ່ານເຂົ້າຮອບໄປດ້ວຍຄະແນນລວມ 2-1, ເຊິ່ງຄູຝຶກຊາວອັງກິດ ຍອມຮັບວ່າເປັນເກມທີ່ເຄັ່ງຕຶງຫລາຍ. ແລະ ຕ້ອງມອບຄວາມດີໃຫ້ກັບລູກທີມທີ່ບໍ່ຍອມແພ້ຈົນກ່ວານາທີສຸດທ້າຍ.

“ຂ້ອຍບອກຄວາມຮູ້ສຶກບໍ່ຖືກ ມັນມີຫລາຍອາລົມໃນໂຕຂ້ອຍ. ມັນເຄັ່ງຕຶງຫລາຍໃນຕອນທ້າຍເກມ ແຕ່ຂ້ອຍຄິດວ່າລູກທີມຂອງຂ້ອຍເຮັດໄດ້ເກັ່ງຫລາຍ. ໂດຍສະເພາະເຄິ່ງທໍາອິດ ພວກເຮົາສ້າງໂອກາດທີ່ດີ. ຂ້ອຍດີໃຈທີ່ ເຮົາຊະນະ ແລະ ມັນເພື່ອທຸກຄົນທີ່ຢູ່ທີ່ນີ້, ” ພັອດເຕີ ກ່າວ.

“ມັນເປັນຄວາມຮູ້ສຶກທີ່ດີຫລາຍໃນຫ້ອງແຕ່ງຕົວ. ທຸກຄົນມີຄວາມສຸກ ພວກເຮົາຢູ່ໃນເວລາທີ່ຫຍຸ້ງຍາກ. ເກມ​ນີ້​ມີ​ຄວາມ​ຫມາຍ​ຫລາຍ​ສໍາ​ລັບ​ພວກ​ເຮົາ​. ພວກ​ເຮົາ​ຕ້ອງ​ການ​ທີ່​ຈະ​ຜ່ານ​ເຂົ້າ​ໄປ​ໃນ​ຮອບ​ 8 ທີມ ​ແລະ ​ພວກ​ເຮົາ​ເຮັດໄດ້ສຳເລັດ.”