ອາຊາ ນັດເຈລະຈາກັບ ຣຽວ ມາດຣິດ ອາທິດໜ້າ ຊີ້ອະນາຄົດຢູ່ຫລືໄປ

ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງຂອງອິຕາລີ ອັບເດດຄວາມຄືບໜ້າຂອງ ເອເດັນ ອາຊາ ກອງກາງຕົກອັບຂອງ ຣຽວ ມາດຣິດ ວ່າກຽມເຈລະຈາກັບສະໂມສອນຕົ້ນສັງກັດ ພາຍໃນອາທິດໜ້າ ເພື່ອຊີແຈງອະນາຄົດຕົນເອງ ວ່າຈະຢູ່ຫລືໄປຈາກຖິ່ນ ຊານຕີອາໂກ ເບນາເບລ ຫລັງຈົບລະດູການນີ້.
ພາຍຫລັງຍ້າຍເຂົ້າມາດ້ວຍຄ່າຕົວ 100 ລ້ານຢູໂຣ ເມື່ອປີ 2019 ປາກົດວ່າ ຜົນງານຂອງດາວເຕະທີມຊາດເບລຢ້ຽມ ກໍບໍ່ສາມາດດີຂຶ້ນເລີຍ ເຫມືອນກັບຕອນຢູ່ ເຊລຊີ ລວມເຖິງມີບັນຫາບາດເຈັບຢູ່ເລື້້ອຍໆ ຈົນບໍ່ອາດລົງສະໜາມໄດ້ຢ່າງສະຫມ່ຳສະເຫມີເທົ່າທີ່ຄວນ.
ຈົນສຸດທ້າຍ ອາຊາ ຕ້ອງກາຍເປັນຕົວສຳຮອງຖາວອນຂອງ ຣຽວ ມາດຣິດ ໄປຮຽບຮ້ອຍແລ້ວ ໂດຍສະເພາະລະດູການນີ້ ທີ່ ຄາໂລ ອັນເຊລັອດຕິ ສະແດງອອກຈະແຈ້ງວ່າໃຫ້ຄວາມໄວ້ວາງໃຈສົ່ງລົງສະໜາມພຽງ 8 ນັດເທົ່ານັ້ນ ໃນຂະນະທີ່ກອງໜ້າຄົນອື່ນໆ ລ້ວນແຕ່ໄດ້ຫລິ້ນ 30 ກວ່າເກມຂຶ້ນໄປ ທີ່ສຳຄັນ ອາຊາ ຍັງບໍ່ໄດ້ຫລິ້ນເກມຫລ້າສຸດໃນ ລາ ລີກາ ຕັ້ງແຕ່ເມື່ອ 11 ກັນຍາມາແລ້ວ.
ຫລ້າສຸດ ໂຣມາໂນ ເປີດເຜີຍວ່າ ການເຈລະຈາລະຫວ່າງຝັ່ງຂອງ ອາຊາ ກັບ ຣຽວ ມາດຣິດ ໄດ້ຖືກນັດເວລາເອົາໄວ້ແລ້ວໃນອາທິດໜ້າ ເພື່ອສະສາງອະນາຄົດດາວຍິງອາຍຸ 32 ຈະຢູ່ຫລືໄປຈາກທີມຫລັງຈົບລະດູການນີ້.
ລາຍງານຍັງລະບຸວ່າ ທັງສອງຝ່າຍຕ່າງຕ່າງໂອນອຽງໄປໃນທາງວ່າ ອາຊາ ຈະຍ້າຍອອກອ່າວແນ່ນອນ ແຕ່ກໍຂຶ້ນຢູ່ກັບວ່າຈະມີຂໍ້ສະເໜີທີ່ດີພຽງພໍເຂົ້າມາເຖິງ ຣຽວ ມາດຣິດ ຫລື ບໍ່.
ທັງນີ້ ການທີ່ບໍ່ອາດຍຶດຕົວຈິງຂອງ ຣຽວ ມາດຣິດ ໄດ້ເລີຍເຮັດໃຫ້ 4 ປີຂອງລາວໃນສະເປນ ມີສະຖິຕິລົງສະໜາມລວມພຽງ 74 ນັດ ແລະ ຍິງໄດ້ 8 ປະຕູເທົ່ານັ້ນ.

