ຫລິ້ນຜິດແຜນ! ເທນຮາກ ຕຳນິລູກທີມ ບໍ່ເປັນມືອາຊີບຫລັງຖືກ ລິເວີພູລ ຖະຫລົ່ມເລະ

ເອຣິກ ເທນຮາກ ຄູຝຶກຂອງ ແມນເຊັສເຕີ ຢູໄນເຕັດ ໄດ້​ກ່າວຕຳນິລູກທີມ​ຂອງ​ຕົນ​ວ່າ​ບໍ່​ມີຄວາມເປັນ​ມື​ອາ​ຊີບ​ຫລັງ​ຈາກ​ທີ່​ບຸກເປັນເສຍຂາດລອຍໃຫ້ກັບ ລິເວີພູລ 0-7

ຜີສາດແດງ ບຸກໄປເສຍໃຫ້ ຫົງແດງ 0-7 ເຊິ່ງຄູຝຶກຊາວໂຮນລັງຊີ້ວ່າລູກທີມຫລິ້ນຜິດແຜນການ ແລະ ໄຮ້ຄວາມເປັນມືອາຊີບຫລາຍ ໂດຍສະເພາະໃນເຄິ່ງເວລາທີ່ສອງ ຈົນ​ກ​່​ວາ​ເຮັດ​ໃຫ້​ເກີດ​ຄວາມ​ພ່າຍ​ແພ້​ຢ່າງໝົດທາງສູ້.

ຢ່າງໃດກໍ່ຕາມ, ເຖິງວ່າຈະຜິດຫວັງຈາກການພ່າຍແພ້ຄັ້ງນີ້ ແຕ່ ເທນຮາກ ຍັງເຊື່ອວ່າທີມຊຸດນີ້ແຂງແຮງພໍທີ່ຈະກັບຄືນສູ່ຟອມທີ່ດີໄດ້.