ເກີດແຜ່ນດິນໄຫວ 2,3 ຣິກເຕີ ຢູ່ບ້ານນໍ້າລິນ ເມືອງປາກລາຍ ແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານ ວ່າ:  ເວລາ 22:32 ໂມງ ຂອງວັນທີ 4 ມີນາ 2023 ພົບສັນຍານ ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ່ 18.349 ອົງສາເໜືອ ແລະ ເສັ້ນແວງທີ່ 101.449 ອົງສາ ຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣິກເຕີ ເຊິ່ງມີ ຄວາມເລິກຈາກເທິງໜ້າດິນປະມານ 6 ກິໂລແມັດ ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານນໍ້າລິນ ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງຈຸດເກິດແຜ່ນດິນໄຫວແມ່ນຫ່າງຈາກເທສະບານເມືອງປາກລາຍປະມານ 15 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.