ກະຊວງໂຍທາທິການ ແລະ ຂົນສົ່ງ ຫັນລະບົບການຄຸ້ມຄອງການຂົນສົ່ງໃຫ້ເປັນທັນສະໄໝ ເພື່ອຄວາມສະດວກ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ

ອີງຕາມສູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຫັນການຄຸ້ມຄອງ, ຕິດຕາມ ແລະ ກວດກາການຂົນສົ່ງສິນຄ້າ, ຕູ້ສິນຄ້າ ແລະ ພາຫະນະຂົນສົ່ງສິນຄ້າຜ່ານດ່ານສາກົນທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດ ດ້ວຍການໃຊ້ລະບົບຄຸ້ມຄອງການຂົນສົ່ງຂ້າມແດນເອເລັກໂຕຣນິກ CBTM ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ, ສອດຄ່ອງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໂດຍການບັນທຶກ, ເກັບຮັກສາ ແລະ ລາຍງານ ຂໍ້ມູນການຂົນສົ່ງທາງລະບົບເອເລັກໂຕຣນິກ ຫລື ພິມເອກະສານອອກຈາກລະບົບ.

ອີງຕາມ ຄໍາແນະນໍາ ກ່ຽວກັບການຄຸ້ມຄອງການຂົນສົ່ງສິນຄ້າ, ຕູ້ສິນຄ້າ ແລະ ເອກະສານ ຂົນສົ່ງສິນຄ້າດ້ວຍລະບົບຄຸ້ມຄອງການຂົນສົ່ງຂ້າມແດນ ເອເລັກໂຕຣນິກ, ເລກທີ 2525/ຍທຂ, ລົງວັນທີ 30 ມັງກອນ 2023.

ການຈັດຕັ້ງປະຕິບັດຂັ້ນຕອນຄຸ້ມຄອງໃຫ້ລົດຂົນສົ່ງສິນຄ້າຕ່າງປະເທດ ຜ່ານເຂົ້າຊົ່ວຄາວໃນອານາເຂດພາສີລາວ ຜູ້ຂົນສົ່ງສິນຄ້າຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

  1. ຕ້ອງເປັນສະມາຊິກຂອງສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ສປປ ລາວ LITFA ຕາມປະເພດທີ່ໄດ້ຮັບອະນຸມັດ ແລະ ໄດ້ເສຍຄ່າບໍາລຸງສະມາຄົມຄົບຖ້ວນພາຍໃນໄຕມາດໜຶ່ງ (ສໍາລັບສະມາຊິກເກົ່າ) ຫລື ຖ້າເປັນສະມາຊິກສາມັນໃໝ່ແມ່ນພາຍຫລັງໄດ້ຮັບການອະນຸມັດເປັນສະມາຊິກສາມັນ ແລະ ເສຍຄ່າລົງທະບຽນ ແລະ ຄ່າບໍາລຸງສະມາຄົມ ຢ່າງຄົບຖ້ວນ;
  2. ເປັນຄູ່ສັນຍາກັບບໍລິສັດຂົນສົ່ງຕ່າງປະເທດ ທີ່ໄດ້ອະນຸຍາດການດໍາເນີນທຸລະກິດການຂົນສົ່ງຢ່າງຖືກຕ້ອງ ແລະ ມີເອກະສານຢັ້ງຢືນການເປັນຜູ້ຄໍ້າປະກັນໃຫ້ແກ່ຄູ່ສັນຍາຕາມແບບຟອມຂໍ້ຕົກລົງ LITFA ໃນລະບົບ CBTM;
  3. ຮັບຜິດຊອບຄ່າໃຊ້ຈ່າຍ, ຄ່ານໍາໃຊ້ລະບົບ ແລະ ຄ່າພັນທະອື່ນ ທີ່ອອກໂດຍສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ສປປ ລາວ LITFA;
  4. ຕ້ອງໄດ້ຜ່ານການຝຶກອົບຮົມການນໍາໃຊ້ລະບົບ CBTM, ຜ່ານສອບເສັງ ແລະ ມີລະຫັດເຂົ້າລະບົບເປັນຂອງຕົວເອງ;
  5. ຮັບຜິດຊອບອອກເອກະສານຂົນສົ່ງໃນນາມຜູ້ຂົນສົ່ງຕ່າງປະເທດ ແລະ ຮັບຜິດຊອບໃນການຄໍ້າປະກັນການຂົນສົ່ງພ້ອມທັງປະກັນໄພ ໃນແຕ່ລະຖ້ຽວ;
  6. ບໍ່ຖືກດໍາເນີນຄະດີ ຫລື ບໍ່ຖືກສານຕັດສິນລົງໂທດ ຕັດສິນອິດສະລະພາບ ກ່ຽວກັບການດໍາເນີນທຸລະກິດການຂົນສົ່ງສິນຄ້າ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ສຳລັບການດໍາເນີນການຄຸ້ມຄອງຕູ້ສິນຄ້າ, ນໍາເຂົ້າ, ເກັບຮັກສາ ແລະ ສົ່ງອອກ ຕ້ອງປະຕິບັດ ດັ່ງນີ້:

  1. ຕູ້ສິນຄ້າຂອງຜູ້ປະກອບການທີ່ໄດ້ລົງທະບຽນຖືກຕ້ອງມາກ່ອນແລ້ວ ແລະ ມີອາຍຸການໃຊ້ງານທີ່ນໍາໃຊ້ໄດ້ຢູ່ຕາມເງື່ອນໄຂການຂົນສົ່ງສາກົນ ແມ່ນໃຫ້ປະຕິບັດຄືພາຫະນະ;
  2. ຕູ້ສິນຄ້າສ່ວນຕົວ (ທີ່ບໍ່ໄດ້ລົງທະບຽນມາກ່ອນ ຫລື ໝົດອາຍຸການໃຊ້ງານ) ແມ່ນຕ້ອງໄດ້ມາລົງທະບຽນໃນລະບົບ CBTM ກ່ອນ ໂດຍການໃຊ້ລະຫັດຕູ້ສະເພາະຂອງຜູ້ປະກອບການເພື່ອຕິດຕາມການເຂົ້າມາຂອງ ຕູ້ບັນຈຸສິນຄ້າ ແລະ ຕູ້ເປົ່າ ໃນການເກັບຮັກສາ ແລະ ການນໍາໃຊ້ຕູ້ບັນຈຸສິນຄ້າໂດຍຜູ້ປະກອບການຕ່າງໆໃນການເຄື່ອນໄຫວຂົນສົ່ງສິນຄ້າໃນອານາເຂດພາສີລາວ;
  3. ການເກັບຮັກສາຕູ້ສິນຄ້າເປົ່າແມ່ນໃຫ້ເກັບຢູ່ໃນເຂດທ່າບົກ ຫລື ລະບົບສາງ ທີ່ໄດ້ຮັບການອະນຸຍາດຈາກກົມຂົນສົ່ງ, ກົມພາສີ ແລະ ດໍາເນີນການຄຸ້ມຄອງດ້ວຍລະບົບ CBTM;
  4. ສະຖານທີ່ເກັບມ້ຽນຕູ້ທີ່ຖືກຮັບຮອງເປັນລະບົບສາງຕາມກົດໝາຍພາສີ ແມ່ນໃຫ້ຖືເອົາໄລຍະເວລາສູງສຸດຂອງລະບົບສາງເປັນໄລຍະເວລາສູງສຸດຂອງການເກັບຮັກສາຕູ້ (ຖ້າເກີນໃຫ້ປະຕິບັດຕາມລະບຽບການຂອງພາສີ).

ສ່ວນຜູ້ນໍາໃຊ້ລະບົບ User ID ຢູ່ໃນລະບົບ CBTM ໄດ້ກໍານົດການຄຸ້ມຄອງໄວ້ຢູ່ 3 ລະດັບ ຄື: 1. User ID ຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ; 2. User ID ຂອງດ່ານສາກົນ; ແລະ 3. User ID ຂອງຜູ້ປະກອບການ.