ການກໍ່ສ້າງທາງ ຕ້ອງຄຽງຄູ່ກັບຄວາມປອດໄພ ຢ່າໄດ້ສ້າງຫາຍະນະ

ໂດຍ: ມຶກບໍ່ແຫ້ງ
ຄວາມປອດໄພຂອງການກໍ່ສ້າງທາງຢູ່ປະເທດເຮົາຍັງໄດ້ຮັບຄວາມເອົາໃຈໃສ່ໜ້ອຍ ກໍ່ໃຫ້ເກີດອຸບັດເຫດເຮັດໃຫ້ຫຼາຍຄົນເສຍຊີວິດມາແລ້ວ ປານໃດຈະເຖິງເວລາເຂັ້ມງວດ ກັບຄວາມປອດໄພຈາກການກໍ່ສ້າງທາງ?
ພວກເຮົາໄດ້ຍິນເລື່ອງກ່ຽວກັບໂຄງການສ້າງທາງທີ່ລາຄາແພງ ແມັດລະຫຼາຍໝື່ນໂດລາ, ການສ້າງທາງລ່າຊ້າ ກວ່າກຳນົດ, ການສ້າງທາງບໍ່ພໍກຸ້ມປີ ກໍເສຍຫາຍເພພັງ, ທາງມີດອກໄຟ ແຕ່ບໍ່ໃຕ້ບໍ່ໄດ້ ແລະບັນຫາອື່ນໆ ກ່ຽວກັບການສ້າງທາງ ທີ່ຫຼາຍຄົນໄດ້ຍິນລື້ງຫູມາດົນແລ້ວ.
ຄຽງຄູ່ກັບບັນຫາດັ່ງກ່າວນັ້ນຄວາມປອດໄພຂອງບັນດາໂຄງການກໍ່ສ້າງທາງແມ່ນເກືອບວ່າບໍ່ໄດ້ເຄີຍຍົກຂື້ນ ມາເວົ້າໃນກອງປະຊຸມສະພາ ຫຼື ກອງປະຊຸມສຳຄັນຂອງລັດຖະບານເລີຍແຕ່ຫາກວ່າບັນຫາດັ່ງກ່າວນັ້ນແມ່ນພົບພໍ້ໄດ້ເກືອບທຸກໂຄງການກໍ່ສ້າງ ທີ່ປະປ່ອຍໃຫ້ມີໂຄງຮ່າງການກໍ່ສ້າງ ທີ່ມີຂຸມເລິກ, ເຫຼັກລວດຢັ່ງຢາຍຕາມເສັ້ນທາງ ທີ່ກຳລັງກໍ່ສ້າງປາສະຈາກມາດຕະການປ້ອງກັນ ການເກີດອຸບັດເຫດຢ່າງຈິງຈັງໂດຍບໍ່ມີປ້າຍບອກ, ບໍ່ມີດອກໄຟເພື່ອແຈ້ງເຕືອນຕໍ່ຜູ້ຂັບຂີ່ ໂດຍສະເພາະຍາມຄໍ່າຄືນ ຈົນກໍ່ໃຫ້ເກີດອຸປະເຫດ ຫຼາຍກໍລະນີໃນໄລຍະຜ່ານມາ.
ເຫດການໜ້າເສົ້າໃຈທີ່ເກີດຂຶ້ນໃນວັນທີ 2 ມີນາ 2023 ທີ່ມີອຸບັດເຫດເກີດຂຶ້ນ ຢູ່ເສັ້ນທາງແຄມຂອງກຳລັງກໍ່ສ້າງລະຫວ່າງບ້ານອຸບມຸງຫາບ້ານໜອງປາໄນ ເມືອງສີໂຄດ ນະຄອນຫລວງວຽງຈັນກໍເປັນເຫດການໜຶ່ງທີ່ເຮັດໃຫ້ມີຜູ້ເສຍຊີວິດ ໂດຍຂີ່ລົດຈັກຕົກລົງຮ່ອງທີ່ກຳລັງກໍ່ສ້າງທີ່ມີເຫຼັກເສັ້ນຕັ້ງຢູ່ທົ່ວບໍລິເວນ. ເຫດການດັ່ງກ່າວເປັນໜຶ່ງໃນການຫຼາຍກໍລະນີທີ່ເກີດຈາກເສັ້ນທາງທີ່ກຳລັງກໍ່ສ້າງ.
ເຫດການທີ່ປ້ອງກັນໄດ້ນີ້ເກີດມາຈາກຫຍັງ? ຫຼາຍໂຄງການກໍມີປ້າຍບອກເຕືອນ “ທາງໜ້າມີການກໍ່ສ້າງ” ຫຼື “ຫ້າມຜ່ານ” ແຕ່ນັ້ນກໍອາດບໍ່ພຽງພໍທີ່ຈະປ້ອງກັນອຸບັດເຫດໄດ້ ແລະຫຼາຍໂຄງການ ກໍບໍ່ມີຮອດປ້າຍ, ບໍ່ມີສິ່ງກີດຂວາງ ເພື່ອປ້ອງກັນການຕົກຂຸມ ທີ່ກຳລັງກໍ່ສ້າງ ແລະ ມາດຕະການ ການປ້ອງຄວາມປອດໄພຕ່າງໆ ບໍ່ວ່າກາງເວັນ ກໍຄືກາງຄືນ. ພ້ອມນັ້ນສະຕິ ແລະຄວາມປະໝາດຂອງຜູ້ຂັບຂີ່ກໍມີສ່ວນໃນການເກີດອຸບັດເຫດເຊັ່ນກັນ.
ເມື່ອເປັນເຊັ່ນນັ້ນພວກເຮົາປ້ອງກັນແນວໃດ? ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງໂຍທາທິການ ຄວນກວດກາຄືນບັນດາມາດຕະການຄວາມປອດໄພທີ່ຂຽນໄວ້ໃນລະບຽບການ ກົດໝາຍ ກັບການຈັດຕັ້ງປະຕິບັດຕົວຈິງ ຂອງບັນດາບໍລິສັດທີ່ໄດ້ຮັບໂຄງການຈາກລັດ. ນອກຈາກບັນຫາ ຄຸນນະພາບຂອງເສັ້ນທາງ ທີ່ບໍ່ສົມຄ່າລາຄາສ້າງນັ້ນ ກໍຕ້ອງເອົາໃຈໃສ່ຄວາມປອດໄພໃນເວລາທີ່ກຳລັງກໍ່ສ້າງຕື່ມອີກ.
ໂຄງການກໍ່ສ້າງທີ່ກຳລັງດຳເນີນການໃນປັດຈຸບັນ ທີ່ສາມາດປະຕິບັດໄດ້ດີສົມຄວນໃນບາງຈຸດທີ່ຜູ້ຂຽນເຫັນກໍມີ ເຊັ່ນ ໂຄງການກໍ່ສ້າງຂະຫຍາຍທາງເລກທີ 13 ໃຕ້ ເຂດແຂວງບໍລິຄຳໄຊ ເຊິ່ງເຫັນວ່າເພິ່ນບໍ່ສະເພາະແຕ່ໃສ່ປ້າຍແຕ່ຫາກວາງສິ່ງກີດຂວາງຕ່າງໆ ໃນເຂດທີ່ຫ້າມຜ່ານ ຫຼື ເຂດທີ່ກຳລັງກໍ່ສ້າງທີ່ອາດເຮັດໃຫ້ເກີດອຸບັດເຫດ ເຊິ່ງກໍເປັນແບບຢ່າງທີ່ດີແກ່ໂຄງການອື່ນໆ.
ພວກເຮົາພໍເຂົ້າໃຈໄດ້ວ່າການເພີ່ມມາດຕະການເພື່ອຄວາມປອດໄພໂດຍ ຈັດຊືອຸປະກອນ ແລະໃຊ້ແຮງງານເພີ່ມຕື່ມ ໃນການກໍ່ສ້າງເສັ້ນທາງນັ້ນ ແມ່ນຄ່າໃຊ້ຈ່າຍເພີ່ມຕື່ມຂອງບັນດາບໍລິສັດກໍ່ສ້າງ ທີ່ຫຼາຍບໍລິສັດບໍ່ຢາກເຮັດ ເພື່ອໃຫ້ໄດ້ກຳໄລຫຼາຍ ແຕ່ນັ້ນມັນບໍ່ແມ່ນພຽງແຕ່ການຂາດຈັນຍາບັນ ຈັນຍາທຳຂອງຜູ້ຮັບເໝົາກໍ່ສ້າງພຽງຢ່າງດຽວ ແຕ່ຫາກສໍ່ສະແດງໃຫ້ເຫັນເຖິງວ່າ ຄວາມສັກສິດໃນການຈັດຕັ້ງປະຕິບັດລະບຽບກົດໝາຍ ແລະຄວາມເຂັ້ມແຂງຂອງອົງການຈັດຕັ້ງລັດມີຫຼາຍໜ້ອຍສໍ່າໃດ.
ນອກນັ້ນ, ບັນດາຜູ້ຂັບຂີ່ກໍຄວນມີສະຕິລະວັງຕົວຕື່ມອີກເມື່ອເຫັນປ້າຍເຕືອນ, ປ້າຍຫ້າມໃນເຂດກໍ່ສ້າງ ປະຕິບັດຕາມ ປ້າຍບອກເຕືອນ, ບອກຫ້າມນັ້ນ ຢ່າງເຂັ້ມງວດ ແລະຜ່ອນຄວາມໄວລົງ ເພີ່ມຄວາມລະມັດລະວັງໃນການຂັບຂີ່ເຂດກຳລັງກໍ່ສ້າງ.
ທັງໝົດນັ້ນກໍ ເພື່ອເຮັດໃຫ້ເຫດການທີ່ບໍ່ປາຖະໜາດັ່ງເຫດການວັນທີ 2 ມີນາ 2023 ທີ່ກ່າວມາຂ້າງເທິງ ເຊິ່ງສາມາດປ້ອກັນໄດ້ນີ້ ເກີດຂຶ້ນອີກໃນອະນາຄົດ.

