ການສັບຊ້ອນພະນັກງານຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດ ຕໍາແໜ່ງງານ.

ວັນທີ 14 ກຸມພາ 2023 ຜ່ານມານີ້ ກະຊວງພາຍໃນອອກແຈ້ງການ ການສັບຊ້ອນພະນັກງານຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານ.
ເພື່ອເຮັດໃຫ້ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ສາມາດເຄື່ອນໄຫວວຽກງານໄດ້ຢ່າງມີ ປະສິດທິພາບ, ປະສິດທິຜົນສູງ ແລະ ມີຄວາມຄ່ອງຕົວ ໃນການຜັນຂະຫຍາຍນິຕິກໍາຕ່າງໆ ກ່ຽວກັບວຽກງານປັບປຸງ ກົງຈັກການຈັດຕັ້ງ ແລະ ການບັນຈຸສັບຊ້ອນພະນັກງານ-ລັດຖະກອນ ໄດ້ຮັບການຈັດຕັ້ງປະຕິບັດ, ສອດຄ່ອງຕາມ ແນວທາງ, ນະໂຍບາຍຂອງພັກ, ລັດຖະບານ ແລະ ມີຄວາມເປັນເອກະພາບ; ຮັບປະກັນໄດ້ຄວາມສະຫງົບພາຍຫລັງ ການປັບປຸງ, ວຽກງານດໍາເນີນປົກກະຕິ, ຍຸຕິທໍາ ແລະ ເປັນບ່ອນອີງ ໃນການຕິດຕາມ, ຊຸກຍູ້ ແລະ ແນະນໍາ ບັນດາອົງການຈັດຕັ້ງຂອງຕົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຈັດຕັ້ງປະຕິບັດເປັນເອກະພາບ. ສະນັ້ນ, ກະຊວງພາຍໃນ ຂໍຖື ເປັນກຽດແຈ້ງມາຍັງທ່ານ ດັ່ງນີ້:
- ໃຫ້ບັນດາກະຊວງ, ອົງການ ຂັ້ນສູນກາງ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ແນະນໍາບັນດາກົມກອງ ທີ່ສັງກັດໃນໂຄງ ປະກອບກົງຈັກຂອງຕົນ ປັບປຸງພາລະບົດບາດ ແລະ ກໍານົດຕໍາແໜ່ງງານ ທີ່ຍັງບໍ່ທັນສໍາເລັດໃຫ້ສໍາເລັດໂດຍໄວ ເພື່ອເປັນບ່ອນອີງໃຫ້ແກ່ການວາງແຜນບັນຈຸ, ສັບຊ້ອນພະນັກງານ-ລັດຖະກອນ ເຂົ້າຕາມຕໍາແໜ່ງງານ ໃຫ້ ຖືກຕ້ອງຕາມຄວາມຮູ້, ຄວາມສາມາດ, ປະສົບການ ແລະ ສອດຄ່ອງຕາມນິຕິກໍາຕ່າງໆ ຂອງສູນກາງພັກ ແລະ ລັດຖະບານວາງອອກ;
2.ໃຫ້ແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ຊຸກຍູ້ ແລະ ແນະນໍາ ບັນດາອົງການອ້ອມຂ້າງແຂວງ ແລະ ເມືອງ ສືບຕໍ່ ປັບປຸງພາລະບົດບາດ ແລະ ການກໍານົດຕໍາແໜ່ງງານ ໃຫ້ສໍາເລັດໂດຍໄວເພື່ອເປັນບ່ອນອີງໃຫ້ແກ່ການວາງ ແຜນບັນຈຸ, ສັບຊ້ອນພະນັກງານ-ລັດຖະກອນ ເຂົ້າຕາມຕໍາແໜ່ງງານ ໃຫ້ເຫມາະສົມ ແລະ ສອດຄ່ອງກັບຄວາມຮູ້, ຄວາມສາມາດ, ປະສົບການ ແລະ ຖືກຕ້ອງຕາມກົດໝາຍ ກໍຄືນິຕິກໍາຕ່າງໆ ຂອງສູນກາງພັກ ແລະ ລັດຖະບານວາງອອກ;
- ການປັບປຸງການຈັດຕັ້ງຕ້ອງຕິດພັນກັບການສ້າງແຜນສັບຊ້ອນ-ຈັດວາງບຸກຄະລາກອນໄປພ້ອມໆກັນ ໂດຍ ສະເພາະລັດຖະກອນທີ່ມີຕໍາແໜ່ງບໍລິຫານ ໃຫ້ຄະນະພັກ-ຄະນະນໍາ ແຕ່ລະພາກສ່ວນພິຈາລະນາແກ້ໄຂຕາມ ຄວາມເໝາະສົມດັ່ງທີ່ໄດ້ກໍານົດໃນ ມາດຕາ 24 ຂອງດໍາລັດວ່າດ້ວຍການກໍານົດຕໍາແໜ່ງງານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2021 ແລະ ຄໍາແນະນໍານາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງຄະນະເລຂາທິການສູນກາງພັກສະບັບເລກທີ 190/ຄລສພ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງ ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ສະບັບເລກທີ 01/ນຍ, ລົງວັນທີ 06 ທັນວາ 2021 ຄື:
1) ການສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມທິດມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການ ເຄື່ອນຍ້າຍບ່ອນປະຈໍາການ ຕາມເງື່ອນໄຂຕົວຈິງ;
2) ຜູ້ທີ່ມີຄວາມຮູ້ ແຕ່ຂາດປະສົບການ ຫຼື ປະສົບການບໍ່ຫຼາຍ ແມ່ນໃຫ້ສັບຊ້ອນລົງຮາກຖານ ເພື່ອເກັບກ່ຽວ ເອົາປະສົບການຕົວຈິງ;
3) ຜູ້ທີ່ມີປະສົບການ ແຕ່ຄວາມຮູ້ຍັງຈໍາກັດ ແມ່ນໃຫ້ສັບຊ້ອນໄປຮຽນຕໍ່-ຍົກລະດັບ;
4) ຜູ້ທີ່ມີອາຍຸກະສຽນຮອດເງື່ອນໄຂພັກຜ່ອນຮັບອຸດຫນູນບໍານານແລ້ວ ໃຫ້ພິຈາລະນາອະນຸມັດໃຫ້ພັກຜ່ອນ ຕາມກົດໝາຍ, ຜູ້ມີອາຍຸກະສຽນໃກ້ຮອດກະສຽນບໍານານແລ້ວ ແຕ່ສຸຂະພາບອ່ອນເພຍ ບໍ່ສາມາດປະຕິບັດ ວຽກງານໄດ້ ແມ່ນໃຫ້ພິຈາລະນາອະນຸມັດໃຫ້ຮັບບໍາເນັດຕາມລະບຽບການ;
5) ສໍາລັບຜູ້ທີ່ມີການລະເມີດກົດໝາຍ ແມ່ນໃຫ້ປະຕິບັດມາດຕະການວິໄນຢ່າງເດັດຂາດຕາມກົດໝາຍ ແລະລະບຽບການ;
ໃນຊ່ວງໄລຍະທີ່ດໍາເນີນການປັບປຸງການຈັດຕັ້ງ ຫລື ພາຍຫລັງສໍາເລັດແລ້ວ ຖ້າມີກໍລະນີພະນັກງານທີ່ມີຕໍາແໜ່ງ ບໍລິຫານເກິນຕໍາແໜ່ງງານທີ່ກໍານົດໄວ້ ໂດຍພື້ນຖານແມ່ນໃຫ້ປະຕິບັດຕາມ ຂໍ້ 3 ຂ້າງເທິງນີ້ ແຕ່ເພື່ອເປັນການ ແກ້ໄຂສະເພາະຫນ້າ, ລໍຖ້າການສັບຊ້ອນ ໃຫ້ພະນັກງານ-ລັດຖະກອນ ດັ່ງກ່າວສືບຕໍ່ຮັບເງິນອຸດຫນູນຕໍາແໜ່ງ ບໍລິຫານໄປກ່ອນ ແຕ່ບໍ່ເກີນ 01 ປີ ນັບແຕ່ມື້ໄດ້ຮັບການປັບປຸງເປັນຕົ້ນໄປ. ເພື່ອຮັບປະກັນເຮັດໃຫ້ຫລັງການ ປັບປຸງກົງຈັກມີຄວາມສະຫງົບ, ວຽກງານເຄື່ອນໄຫວເປັນປົກກະຕິ ແລະ ຕໍ່ເນື່ອງ. ໃນຊ່ວງໄລຍະເວລາດັ່ງກ່າວ ຄະນະພັກ, ຄະນະນໍາ ແຕ່ລະຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າພິຈາລະນາສັບຊ້ອນ-ຈັດວາງ ພະນັກງານ ຕາມຄວາມເຫມາະສົມ;
ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງບໍລິຫານ ເວລາຖືກສັບຊ້ອນ ແລະ ຖືກແຕ່ງຕັ້ງໃຫ້ໄປຮັບຫນ້າທີ່ຢູ່ບ່ອນ ໃຫມ່ ໃຫ້ຖືເອົາຂໍ້ຕົກລົງຫຼ້າສຸດ ເປັນບ່ອນອີງໃນການປະຕິບັດເງິນອຸດຫນູນໃຫ້ຜູ້ກ່ຽວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຊີ້ນໍາພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມເນື້ອໃນຕາມທາງຄວນດ້ວຍ.

