ລັດຖະມົນຕີກະຊວງການເງິນ ລົງຊຸກຍູ້ວຽກງານຂະແໜງພາສີ ແລະ ການຫັນເປັນດີຈິຕອນ ພ້ອມເນັ້ນແກ້ໄຂບັນຫາຄົງຄ້າງອື່ນໆ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງພາສີ ແລະ ການຫັນເປັນທັນສະໄໝກ້າວໄປສູ່ດີຈິຕອນ ໃນວັນທີ 1 ມີນາ 2023 ນີ້, ພ້ອມທັງໃຫ້ທິດຊີ້ນໍາພະນັກງານຫລັກແຫລ່ງຂະແໜງພາສີ ຕ້ອງໄດ້ເອົາໃຈໃສ່ຕື່ມຕໍ່ວຽກງານວິຊາສະເພາະ ໃຫ້ຖືກຕ້ອງຕາມພາລະບົດບາດ, ຮັບປະກັນວຽກງານເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ; ຕ້ອງສ້າງກົນໄກໃນການເຮັດວຽກ, ການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຫັນເປັນທັນສະໄໝໃຫ້ສະດວກຂຶ້ນກວ່າເກົ່າ; ສືບຕໍ່ປັບປຸງ ໜ້າວຽກຕ່າງໆ, ແກ້ໄຂບັນດາບັນຫາ, ຂໍ້ຄົງຄ້າງ ແລະ ບັນຫາອື່ນໆ.
ໂອກາດນີ້, ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີກະຊວງການເງິນ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແໜງພາສີ ໂດຍສະເພາະການ ຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານ ປີ 2022 ພົບຄວາມຫຍຸ້ງຍາກ ເປັນຕົ້ນບັນຫາໄພເງິນເຟີ້, ບັນຫາລາຄາສິນຄ້າສູງ, ໄພທໍາມະຊາດ ແລະ ບັນຫາອື່ນໆໄດ້ສົ່ງຜົນກະທົບໂດຍກົງໃສ່ຜູ້ປະກອບການ ເປັນຕົ້ນ ການລົງທຶນ, ການນໍາເຂົ້າ, ການສົ່ງອອກ ແລະ ການຜ່ານແດນ. ນອກນັ້ນ, ບັນຫາການລັກລອບສິນຄ້າໜີພາສີ ທັງພາຍໃນດ່ານ ແລະ ນອກດ່ານ ຍັງມີແຜ່ຫລາຍ.
ພ້ອມນີ້, ທ່ານລັດຖະມົນຕີກະຊວງການເງິນ, ພ້ອມຄະນະຍັງໄດ້ໄປຢ້ຽມຊົມ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງ ສູນບັນຊາການຄຸ້ມຄອງວຽກງານພາສີທັນສະໄໝຊຶ່ງແມ່ນໜຶ່ງໃນວຽກງານຫັນເປັນທັນສະໄໝ ກ້າວໄປສູ່ດີຈິຕອນ ຂອງຂະແໜງພາສີ ທີ່ສາມາດເຂົ້າເຖິງໄດ້ທຸກລະບົບທີ່ຕິດຕັ້ງໃນກົມພາສີ, ສາມາດກວດສອບ, ກວດກາແບບ Real time ແລະ ສາ ມາດຊ່ວຍເຈົ້າໜ້າທີ່ພາສີ ໃນການປະຕິບັດວຽກງານຕົວຈິງ. ນອກນີ້, ສູນບັນຊາການດັ່ງກ່າວ ຍັງສາມາດນໍາໃຊ້ເຂົ້າໃນວຽກງານກວດກາ, ເປັນສູນທີ່ເຝົ້າລະວັງຊ່ວຍເຈົ້າໜ້າທີ່ພາສີ ແລະ ເປັນເຄື່ອງມືສຳຄັນໃນການກວດກາ ທີ່ຈະມາປ່ຽນແທນການຫລຸດລົງ ຂອງຈຳນວນເຈົ້າໜ້າທີ່ພາສີປະຈຳການອີກດ້ວຍ.
ສຳລັບການຈັດຕັ້ງປະຕິບັດວຽກງານ ຫັນເປັນທັນສະໄໝກ້າວໄປສູ່ດີຈິຕອນ ຂອງຂະແໜງພາສີ ເປັນວຽກບຸລິມະສິດໃນການສ້າງຄວາມເຂັ້ມແຂງ ໃຫ້ວຽກງານກ້າວທັນກັບສາກົນ ແລະຮັບ ປະກັນການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ສາມາດຕິດຕາມກວດກາໄດ້ທັນສະພາບການແບບລວມສູນໃນຂອບເຂດທົ່ວປະເທດ.

