ສະພາແຫ່ງຊາດຫວຽດນາມຮັບຮອງທ່ານ Vo Van Thuong ເປັນປະທານປະເທດຄົນໃໝ່

ທ່ານ Vo Van Thuong ສາບານຕົນຕໍ່ສະພາແຫ່ງຊາດຂອງຫວຽດນາມ ຮັບຕໍາແໜ່ງປະທານປະເທດຄົນໃໝ່ຢ່າງເປັນທາງການ.

ວັນທີ 2 ມີນາ, ສະພາແຫ່ງຊາດຫວຽດນາມມີມະຕິໃນກອງປະຊຸມວາລະພິເສດ ດ້ວຍສຽງສ່ວນຫລາຍ 487 ຈາກ 488 ສຽງ ຮັບຮອງທ່ານ Vo Van Thuong ໃຫ້ດໍາລົງຕໍາແໜ່ງປະທານປະເທດຫວຽດນາມຄົນໃໝ່ຢ່າງເປັນທາງການ ເຊິ່ງເປັນຄົນທີ 11.

ທ່ານ Vo Van Thuong ຖະແຫລງຕໍ່ກອງປະຊຸມຫລັງສາບານຕົນຮັບຕໍາແໜ່ງຢ່າງເປັນທາງການ ໃຫ້ຄຳໝັ້ນສືບຕໍ່ “ອຸດົມການ ຈະລິຍະທໍາ ແລະ ຫລັກການດໍາລົງຊີວິດ” ຂອງປະທານ ໂຮ່ຈີມິນ. ພ້ອມຢືນຢັນການເດີນໜ້າຢ່າງແຂງແຮງ ແລະ ເຂັ້ມງວດໃນການປາບປາມການສໍ້ລາດບັງຫລວງຂອງເຈົ້າໜ້າທີ່ລັດທຸກລະດັບ.

ປັດຈຸບັນ, ທ່ານ Vo Van Thuong ອາຍຸ 52 ປີ ຖືເປັນສະມາຊິກອາຍຸນ້ອຍທີ່ສຸດໃນຄະນະກົມການເມືອງ ໂດຍເຂົ້າເປັນສະມາຊິກພັກກອມມູນິດຫວຽດນາມນັບແຕ່ສະໄໝຍັງສຶກສາຢູ່ມະຫາວິທະຍາໄລ.