ນັກຮຽນຂີ່ລົດຈັກຊ້ອນສາມ ສວນເລນ ຕຳລົດເກງ ເສຍຊີວິດຄາທີ່ 1 ຄົນ

ເກີດອຸບັດເຫດນັກຮຽນຂັບຂີ່ລົດຈັກຊ້ອນກັນສາມຄົນ ຂັບຂີ່ສວນທາງໄປຕຳໃສ່ລົດເກັງ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ, ບາດເຈັບສາຫັດ 2 ຄົນ ຢູ່ເຂດບ້ານຫລວງ ເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ.

ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ເມືອງຫລວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານເວລາ 20 ໂມງ ຂອງວັນທີ 16 ກຸມພາ 2023 ໄດ້ມີລົດເກັງ ໂຕໂຢຕ້າ ສີຂາວ, ທະບຽນ ຄສ 0234 ກຳແພງນະຄອນ, ຂັບຂີ່ໂດຍທ້າວ ຈ໋າຍແຝງ ອາຍຸ 38 ປີ ຢູ່ບ້ານ ນ້ຳແງ້ນ ເມືອງຫລວງນ້ຳທາ ແຂວງ ຫລວງນ້ຳທາ ໄດ້ຂັບຂີ່ອອກມາຈາກບ້ານ ປຸງ ເມືອງ ຫລວງນ້ຳທາ ຈະໄປເທສະບານແຂວງ ແລ່ນຢູ່ໃນເລນຂວາມືຂອງຕົນ ໄປຕໍາໃສ່ລົດຈັກ ຮອນດ້າ ບໍ່ມີປ້າຍທະບຽນ ຂັບຂີ່ຊ້ອນກັນອອກຈາກເສັ້ນທາງຮ່ອມບ້ານວຽງໃຕ້ ທີ່ແລ່ນຢູ່ໃນເລນຊ້າຍ (ຂີ່ສວນທາງ) ເຮັດໃຫ້ ທ້າວ ສາຍທອງ ອາຍຸ 16 ປີ ນັກຮຽນ ຢູ່ບ້ານນ້ຳດີ ຜູ້ຂັບຜູ້ເສຍຊີວິດ, ທ້າວ ນູ ອາຍຸ 16 ປີ ນັກຮຽນ ຢູ່ບ້ານວຽງເງິນ (ຜູ້ຊ້ອນທ້າຍ1) ໄດ້ຮັບບາດເຈັບສາຫັດ, ທ້າວ ໄກສອນ ອາຍຸ 16 ປີ, ນັກຮຽນ ຢູ່ບ້ານ ວຽງທອງ (ຜູ້ຊ້ອນທ້າຍ2) ໄດ້ຮັບບາດເຈັບສາຫັດ, ທັງ 3 ຄົນ ແມ່ນຢູ່ເມືອງຫລວງນ້ຳທາ ແຂວງ ຫລວງນ້ຳທາ.

ຕໍ່ກັບເຫດການດັ່ງກ່າວ, ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 1 ຄົນ ແລະ ຜູ້ຊ້ອນທ້າຍ 2 ຄົນ ໄດ້ຮັບບາດເຈັບສາຫັດ ພາຫະນະເປ່ເພສົມຄວນທັງ 2 ຄັນ, ມູນຄ່າເສຍຫາຍປະມານ 70.000.000 ກວ່າກີບ.