ໄອຍະການ ຝຣັ່ງ ສອບສວນ ຮາຄີມີ່ ນັກເຕະເປແອສເຊ ຫລັງຖືກຍິງສາວ ອາຍຸ 24 ປີ ກ່າວຫາວ່າຂົມຂືນ

ໜັງ​ສື​ພິມ Le Parisien ​ແລະ ​ສື່​​ອື່ນໆ​ຂອງ​ຝຣັ່ງ ​ໄດ້​ລາຍ​ງານ​ວ່າ ຍິງ​ສາວອາຍຸ 24 ປີ​ ຄົນ​ໜຶ່ງ​ໄດ້​ຂຽນ​ບັນທຶກ​ປະຈຳ​ວັນ​ຢູ່​ສະຖານີ​ຕຳຫລວດ Val-de-Marne ໃນ​ວັນ​ອາ​ທິດ ວ່າເຂົາຖືກແບັກຂວາອາຍຸ 24 ປີ ຂອງທີມຊາດ ໂມຣັອກໂກ ການລ່ວງລະເມີດທາງເພດ ແລະ ຂົ່ມຂືນ ໃນວັນເສົາ ທີ່ເຮືອນພັກວິນລາຂອງລາວໃນ Boulogne-Biancourt ທາງພາກ​ຕາ​ເວັນ​ຕົກ​ຂອງ​ປາ​ຣີ​.

ເນື່ອງ​ຈາກ ຮາຄີມີ່​ ບໍ່ໄດ້ເດີນທາງໄປ ມາກເຊີຍ ກັບທີມເປແອສເຊ ຍ້ອນວ່າຍັງບໍ່ຫາຍດີຈາກການບາດເຈັບກ້າມຊີ້ນຂອງລາວ ໃນຂະນະທີ່ເມຍ ແລະ ລູກສອງຄົນຂອງລາວໄດ້ໄປທ່ຽວທີ່ດູໄບ.

ສື່​ຝຣັ່ງລາຍ​ງານ​ວ່າ, ຍີງສາວຜູ້​ເສຍຫາຍ ​ກັບ ຮາຄີມີ່ ​ໄດ້​ສົ່ງຂໍ້ຄວາມ​ຫາ​ກັນ​ໃນ Instagram ​ໃນ​ວັນ​ທີ 16 ມັງກອນ​ທີ່ຜ່ານມາ ​ແລະ ​ໃນ​ມື້​ທີ່​ນາງ​ໄດ້​ໃຫ້ການ​ຢືນຢັນ​ວ່າ​ເກີດ​ເຫດ, ຮາຄີມີ່ ເປັນຄົນ​ໂທລະສັບ​ຫາ​ອູເບີ​ໃຫ້​ມາສົ່ງ​ນາງ​ທີ່​ເຮືອນ​ຂອງ​ຕົນ. ຫລັງຈາກນັ້ນ ລາວກໍ່ໄດ້ລວນລາມ ໂດຍທີ່ນາງບໍ່ມີການຍິນຍອມ ກ່ອນທີ່ນາງຈະໜີອອກ​ໄປ​ໄດ້ ແລະ ສົ່ງ SMS ຫາ​ຫມູ່​ເພື່ອນ​ຍິງໃຫ້ມາຮັບຕົນ.

ຕາມ​ການ​ບອກເລົ່າ​ຂອງ​ຍິງ​ສາວ​ຄົນ​ນີ້ ນາງບໍ່ຕ້ອງການທີ່ຈະດໍາເນີນຄະດີຜູ້ຖືກກ່າວຫາ ພຽງແຕ່ມາບັນທຶກປະຈຳວັນ ແຕ່ໄອຍະການຂອງສານຂອງເມືອງ Creteil ແຂວງ Val-de-Marne ກໍ່ໄດ້ເປີດເຜີຍກໍລະນີນີ້ແລ້ວ ເພາະວ່າຜູ້ຖືກກ່າວຫາແມ່ນຄົນທີ່ມີຊຶ່ສຽງ ແລະ ເປັນກໍລະນີຮ້າຍແຮງ ດັ່ງນັ້ນ, ພວກເຮົາຕ້ອງສືບຕໍ່ສືບສວນເພື່ອຫາຄວາມຈິງຕໍ່ໄປ.