ກໍ່ເຫດຕຳຄົນເສຍຊີວິດແລ້ວຫລົບໜີ ສຸດທ້າຍໄປບໍ່ລອດຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫລວດພະແນກຈະລາຈອນ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 5 ກຸມພາ 2023 ຜ່ານມາ ເກີດເຫດລົດບັນທຸກ JMC ຂີ່ມາດ້ວຍຄວາມໄວສູງ ແລ້ວຕຳໃສ່ທ້າຍລົດຈັກ ຢູ່ເຂດບ້ານ ເຕົາຖ່ານ ເມືອງໂພນໂຮງ ແຂວງວຽງຈັນ ພາໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບສາຫັດ 1 ຄົນ ແຕ່ຜູ້ຂັບຂີ່ລົດບັນທຸກແມ່ນເອົາຕົວຫລົບໜີໄປ.

ພາຍຫລັງຄະນະພັກຄະນະບັນຊາກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຮັບແຈ້ງເຫດຈາກພົນລະເມືອງດີ ຈຶ່ງມອບໃຫ້ຄະນະພັກຄະນະບັນຊາຫ້ອງຕຳຫລວດຮີບຮ້ອນຊີ້ນຳພະແນກຕຳຫລວດຈະລາຈອນ ປກສ ແຂວງວຽງຈັນ ຈັດຕັ້ງກຳລັງລົງກວດກາຊັນນະສູດສະຖານທີ່ເກີດເຫດຕົວຈິງ ຈຶ່ງຮູ້ວ່າຜູ້ຂັບຂີ່ລົດຈັກ ແມ່ນທ້າວ ນ້ອຍ ອາຍຸ 43 ປີ ອາຊີບ ກຳມະກອນ, ຂັບຂີ່ລົດຈັກເວບ ຍີ່ຫໍ້ໂຄລາວ ເລກທະບຽນ ຈກ 1433 ກໍາແພງນະຄອນ ຜູ້ຊ້ອນທ້າຍແມ່ນ ແມ່ຕູ້ເມືອງ ອາຍຸ 84 ປີ ອາຊີບ ປະຊາຊົນ ທັງສອງຢູ່ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ.  ຜ່ານການລົງກວດກາ ເກັບກຳຂໍ້ມູນເອົາຄໍາໃຫ້ການຈາກພະຍານຜູ້ທີ່ຮູ້ເຫັນເຫດການ ຫລັກກຖານຈາກສະຖານທີ່ເກີດເຫດຕົວຈິງສາມາດພົບເຫັນວັດຖຸສິ້ນສ່ວນການເປ່ເພຂອງລົດບັນທຸກທີ່ຕົກເຮ່ຍໃນສະຖານທີ່ເກີດເຫດ, ຈາກນັ້ນເຈົ້າໜ້າທີ່ຕຳຫລວດພະແນກຕຳຫລວດຈະລາຈອນ ປກສ ແຂວງວຽງຈັນ ໄດ້ປະສານສົມທົບກັບກົມຕຳຫລວດຈະລາຈອນ, ພະແນກສືບສວນ-ສອບສວນຄະດີອຸບັດຕິເຫດ, ລົງຕິດຕາມຢູ່ຂອບເຂດເມືອງໂພນໂຮງ, ເມືອງຫີນເຫີບ, ເມືອງວັງວຽງ, ເມືອງແກ້ວອຸດົມ ແລະ ເມືອງທຸລະຄົມ ຕົກມາຮອດວັນທີ 7 ກຸມພາ 2023 ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ຈຶ່ງສາມາດກັກຕົວເປົ້າໝາຍຜູ້ຂັບຂີ່ລົດບັນທຸກ ຊື່ທ້າວ ຄໍາພິສິດ ຫລື ສິດ ອາຍຸ 22 ຢູ່ບ້ານ ນາທົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ ຜູ້ຂັບຂີ່ລົດບັນທຸກ JMC ໝາຍເລກທະບຽນ ບຂ 4226 ນະຄອນຫລວງວຽງຈັນ ເຊິ່ງເປັນໂຊເຟີປະຈຳລົດຄັນດັ່ງກ່າວຂອງບໍລິສັດແຫ່ງໜຶ່ງ ແລ້ວນຳມາທໍາການສືບສວນ-ສອບສວນ ເພື່ອຊອກສາຍເຫດໃນການເກີດອຸປະຕິເຫດຄັ້ງນີ້.

ຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫລັກຖານດ້ານຕ່າງໆ ຜູ້ກ່ຽວໄດ້ຮັບສາລະພາບ ວ່າເປັນຜູ້ກໍ່ເຫດຕຳແລ້ວເອົາຕົວຫລົບໜີແທ້ ເຊິ່ງປັດຈຸບັນຜູ້ກ່ຽວຖືກກັກຕົວໄວ້ຢູ່ທີ່ກັກຂັງຊົ່ວຄາວຫ້ອງຕຳຫລວດ.