ແຣສຟອດ ຍ້ອງ ຄາເຊມີໂຣ ຄືຜູ້ສ້າງຄວາມແຕກຕ່າງໃຫ້ກັບແມນຢູ


ມາຄັສ ແຣສຟອດ ກອງໜ້າ ແມນເຊສເຕີ ຢູໄນເຕັດ ຍ້ອງຍໍ ຄາເຊມີໂຣ ກອງກາງຕົວເກ່ັງຊາວບຣາຊິລ ຄືຄົນສຳຄັນທີ່ສ້າງຄວາມແຕກຕ່າງດ້ວຍຄວາມເປັນຜູ້ນຳ ແລະ ປະສົບການ.
ແຣສຟອດ ແລະ ຕົ້ນສັງກັດຢ່າງ ແມນເຊສເຕີ ຢູໄນເຕັດ ຫາກໍປະເດີມແຊ໊ມທຳອິດໃນຍຸກຂອງ ເອຣິກ ເທນ ຮາກ ດ້ວຍການຄວ້າແຊ໊ມ ຄາຣາບາວ ຄັບ ຫລັງເອົາຊະນະ ນິວຄາສເຊິລ 2-0 ໃນເກມຮອບຊີງຊະນະເລີດ ເມື່ອວັນທີ 26 ກຸມພາ ໂດຍ ແຣສຟອດ ແລະ ຄາເຊມີໂຣ ເປັນຜູ້ເຮັດປະຕູຄົນລະໜ່ວຍ.
ຫລັງຈົບເກມ ແຣສຟອດ ອອກມາຫ້ສຳພາດວ່າ : “ ຄາເຊມີໂຣ ຄືຜູ້ສ້າງຄວາມແຕກຕ່າງຢ່າງຫລາຍດ້ວຍຄວາມເປັນຜູ້ນຳ ແລະ ປະສົບການໃນເກມໃຫຍ່ ເມື່ອລາວຢູ່ໃນສະໜາມ ເຈົ້າຈະຮູ້ສຶກເຖິງຄວາມປອດໄພທີ່ຢູ່ເບື້ອງຫລັງ ”.
“ ຂ້ອຍມີຄວາມສຸກ ແລະ ຕື່ນເຕັ້ນກັບຜົນການແຂ່ງຂັນ ຫມູ່ຮ່ວມທີມ ແລະ ທີມງານທຸມເທຢ່າງຫລາຍໃນການມາເຖິງຈຸດນີ້ ຜູ້ຈັດການທີມຕ້ອງການໃຫ້ເຮົາຫລິ້ນບານເກມບຸກ ”.
“ ມັນມີຫລາຍຮູ້ສຶກລວມກັນ ແຕ່ເປັນຫຍັງທີ່ສຸດຍອດສຳລັບເຮົາທີ່ໄດ້ມີສ່ວນຮ່ວມກັບເກມແບບນີ້ ແ.ລະ ໄດ້ໃນສິ່ງທີ່ເຮົາຄິດເຖິງໃນຖານະສະໂມສອນ ຫວັງວ່າມັນຈະຊ່ວຍໃຫ້ເຮົາກ້າວຕໍ່ໄປ ”.

