ອັກຄີໄພທີ່ເກີດຂຶ້ນຢູ່ໃນນະຄອນຫລວງວຽງຈັນ ສ່ວນຫລາຍແມ່ນເກີດຈາກໄຟຟ້າລັດວົງຈອນ ເຊິ່ງສ້າງຄວາມເສຍຫາຍ ຫລາຍກວ່າ 10 ຕື້ກີບ

ວັນທີ 21 ກຸມພາ 2023 ຜ່ານມາ, ທ່ານ ພັທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ລາຍງານໃຫ້ຮູ້ວ່າ: ໃນໄລຍະປີ 2022, ທົ່ວ ນວ ມີອັກຄີໄພເກີດຂຶ້ນທັງໝົດ 35 ຄັ້ງ, ທຽບໃສ່ປີ 2021 ຖືວ່າຫລຸດລົງ 5 ຄັ້ງ, ເຊິ່ງອັກຄີໄພທີ່ເກີດຂຶ້ນໄດ້ສ້າງຜົນເສຍຫາຍໃຫ້ຊັບສິນຂອງລັດ ແລະ ບຸກຄົນຄື: ໄໝ້ເຮືອນ 18 ຫລັງ, ສາງເຄື່ອງ 2 ຫລັງ, ລົດ 6 ຄັນ, ຮ້ານຂາຍເຄື່ອງ 3 ຮ້ານ, ຮ້ານບັນເທີງ ຄາຣາໂອເກະ 3 ຮ້ານ, ຮ້ານຂາຍຢາ 1 ຮ້ານ, ສູນລົດໃຫຍ່ 1 ຫລັງ, ຫໍພັກ 1 ຫລັງ, ກຸດຕິວັດ 1 ຫລັງ, ກົງເຕີໄຟຟ້າ 2 ໜ່ວຍ, ມູນຄ່າເສຍຫາຍເປັນເງິນ 12.545.000.000 ກີບ, 21.068.000 ບາດ,  3.862.000 ໂດລາ ແລະ 1.900.000 ຢວນ. ສະພາບອັກຄີໄພເກີດຂຶ້ນສ່ວນຫລາຍ ແມ່ນເກີດຈາກໄຟຟ້າລັດວົງຈອນ, ໃຕ້ທູບທຽນບູຊາ ແລະ ຈູດປ່າຊະຊາຍ

ไม่มีคำอธิบาย

ສາເຫດທີ່ພາໃຫ້ອັກຄີໄພຫລຸດລົງແມ່ນ:

  1. ໄດ້ເຜີຍແຜ່ລະບຽບກົດໝາຍ ວຽກງານປ້ອງກັນອັກຄີໄພ ເລກທີ 09/ ສພຊ
  2.  ເຜີຍແຜ່ຄໍາສັ່ງແນະນໍາຂອງທ່ານເຈົ້າຄອງ ວ່າດ້ວຍການເພີ່ມທະວີ ເອົາໃຈໃສ່ວຽກງານປ້ອງກັນອັກຄີໄພ ໃນນະຄອນຫລວງວຽງຈັນ
  3. ລົງຝຶກອົບຮົມຄວາມຮູ້ພື້ນຖານໄລຍະສັ້ນໃຫ້ ບາງບັນດາພື້ນຖານພ້ອມທັງສາທິດມອດໄຟຕົວຈິງ ໃຫ້ເຂົາເຈົ້າມີສະຕິ ແລະ ສາມາດດັບມອດໄຟໄດ້ ຖ້າມີອັກຄີໄພເກີດຂຶ້ນ
  4. ລົງກວດກາຄວາມປອດໄພຕາມບັນດາໂຮງຈັກ-ໂຮງງານ, ສໍານັກງານ, ຫົວໜ່ວຍທຸລະກິດ, ໂຮງແຮມ, ເຮືອນພັກ ແລະ ຄຸ້ມບ້ານປະຊາຊົນ, ພ້ອມທັງລະດົມໃຫ້ບັນດາພື້ນຖານທີ່ມີເງື່ອນໄຂ ໃຫ້ຕິດຕັ້ງອຸປະກອນມອດໄຟ, ສາມາດນໍາໃຊ້ບັ້ງມອດໄຟ ດັບມອດໄດ້ເພື່ອປ້ອງກັນບໍ່ໃຫ້ໄຟໄໝ້ລຸກລາມ ທັງໝົດ 44 ຄັ້ງ

5 ເອົາໃຈໃສ່ກວດກາຄຸ້ມຄອງ, ສ້ອມແປງພາຫະນະ ແລະ ອຸປະກອນມອດໄຟ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໄດ້ 12 ຄັ້ງ.

ນອກນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຕະຫລອດຮອດປະຊາຊົນບັນດາເຜົ່າ ທັງຄົນລາວ ແລະ ຊາວຕ່າງປະເທດ ທີ່ດຳລົງຊິວິດຢູ່ ນວ ຈົ່ງມີສະຕິລະວັງຕົວໃນການຊົມໃຊ້ຟືນໄຟ, ຄຸ້ມຄອງໃຫ້ຖືກຫລັກການ ເພື່ອຫລີກລ່ຽງໄພອັນຕະລາຍຈາກອັກຄີໄພທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນປະເພດໄຟຟ້າ, ຖ້າເຫັນວ່າອຸປະກອນໄຟຟ້າເກົ່າແກ່ຊຸດໂຊມ, ເຊື່ອມຄຸນນະພາບ ແມ່ນໃຫ້ປ່ຽນຖ່າຍໂດຍດ່ວນ, ຖ້າຫາກຢຸດການນຳໃຊ້ກະແສໄຟຟ້າແລ້ວ ແມ່ນໃຫ້ປິດສະວິກໄຟ, ຖອດປັກສຽບໃຫ້ລະອຽດ.