ສານປະຊາຊົນສູງສຸດ ມອບໃບຍ້ອງຍໍການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມຄຳຂວັນ 3 ປ: ໂປ່ງໃສ, ເປັນເອກະລາດ, ເປັນທຳ

ວັນທີ 24 ກຸມພາ 2023, ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີຍ້ອງຍໍຜົນງານ 5 ປີ (2016-2020) ແລະ ປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຮອດປີ 2025, ໂດຍການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ.
ໃນພິທີ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 144/ປປທ ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫລຽນໄຊແຮງງານຊັ້ນI, ຊັ້ນII ແລະ ຊັ້ນIII, ຜ່ານດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 353/ນຍ ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫລຽນກາແຮງງານແລະໃບຍ້ອງຍໍລັດຖະບານໃຫ້ແກ່ບຸກຄົນດີເດັ່ນຂອງ ສປສສ ແລະ ສານປະຊາຊົນພາກກາງຊຶ່ງມີ: ຫລຽນໄຊແຮງງານຊັ້ນI ມີ 71 ທ່ານ, ຫລຽນໄຊແຮງງານຊັ້ນII ມີ 52 ທ່ານ, ຫລຽນໄຊແຮງງານຊັ້ນIII ມີ 28 ທ່ານ, ຫລຽນກາແຮງງານ 41 ທ່ານ, ໃບຍ້ອງຍໍລັດຖະບານ 66 ທ່ານ. ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປະກາດເນື້ອໃນ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສປສສ ເພື່ອຍົກສູງປະສິດທິພາບການດຳເນີນຄະດີຢູ່ສານປະຊາຊົນ ໃນເງື່ອນໄຂໃໝ່ໃຫ້ມີຄວາມໂປ່ງໃສ, ສິ້ນສຸດຕາມກົດໝາຍ ແລະ ຮັບປະກັນຄວາມຍຸຕິທຳ ຕາມຄຳຂວັນ 3 ປ ຄື: ໂປ່ງໃສ, ເປັນເອກະລາດ, ເປັນທຳ.
ໂອກາດນີ້, ທ່ານ ປະທານສານປະຊາຊົນສູງສຸດ ໄດ້ຍ້ອງຍໍຊົມເຊີຍຜົນງານດີເດັ່ນທີ່ສາມາດຍາດໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ເອົາໃຈໃສ່ 4 ບັນຫາສຳຄັນຄື:
- ໃຫ້ສືບຕໍ່ຕັ້ງໜ້າເຂົ້າຮ່ວມໃນຂະບວນການແຂ່ງຂັນ “ຮັກຊາດແລະພັດທະນາ”ຕາມຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫລາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ. ການແຂ່ງຂັນສ້າງຂະບວນການຕ້ອງດຳເນີນໄປຢ່າງເປັນປົກກະຕິ-ຕໍ່ເນື່ອງແລະຫລາຍຮູບ,ຫລາຍແບບ, ຫລາຍລະດັບ;
- ໃຫ້ຄະນະນໍາແລະພະນັກງານສານປະຊາຊົນແຕ່ລະຂັ້ນຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງແລະຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກສູງຄວາມສາມາດແລະຄຸນນະພາບໃນການນຳພາຂອງພັກຕໍ່ສານປະຊາຊົນໃນໄລຍະໃໝ່;
- ການແຂ່ງຂັນຮັກຊາດແລະພັດທະນາຕ້ອງເຮັດໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນແຕ່ລະຄົນ, ແຕ່ສູນກາງແລະທ້ອງຖິ່ນມີຄວາມພາກພູມໃຈ, ມີສະຕິຊາດ, ເອກະພາບ, ເອກະລາດ, ເປັນເຈົ້າຕົນເອງໃຫ້ໄດ້ຮັບການເຊີດຊູຂຶ້ນສູ່ລະດັບສູງ, ແກ້ໄຂຄວາມຫຍຸ້ງຍາກໃນທຸກດ້ານ, ຕີຖອຍແລະກຳຈັດປັດເປົ່າສິ່ງຫຍໍ້ທໍ້ຕ່າງໆ, ສ້າງສານປະຊາຊົນໃຫ້ເປັນທີ່ເພິງທີ່ໄວ້ເນື້ອເຊື້ອໃຈໃຫ້ແກ່ສັງຄົມ;
- ຕ້ອງສ້າງຕົວແບບດີເດັ່ນ, ນຳໜ້າຈາກນ້ອຍຫາໃຫຍ່, ຈາກດ້ານດຽວກ້າວສູ່ຫລາຍດ້ານແລະຂະຫຍາຍອອກໃຫ້ກວ້າງຂວາງ, ມີຄຸນນະພາບ, ຍືນຍົງແລະຂະຫຍາຍຕົວ; ຕ້ອງໄດ້ຍົກລະດັບຂຶ້ນໃນແຕ່ລະໄລຍະເພື່ອສ້າງຕົວແບບການພັດທະນາ.

