ເຖິງເວລາເໝາະສົມ! ຣອຟເຣນ ປະກາດອຳລາທີມຊາດ ໂຄຣເອເຊຍ

ເດຍານ ຣອຟເຣນ ກອງຫລັງຈອເກົ໋າໂອລິມປິກ ປະກາດອຳລາທີມຊາດໂຄຣເອເຊຍ ຢ່າງເປັນທາງການແລ້ວ.
ກອງຫລັງອາຍຸ 33 ປີ ຮັບໃຊ້ທີມກາໝາກຣຸກເປັນເວລາຫລາຍກວ່າ 14 ປີ ເຊິ່ງລາວເຫັນວ່າເຖິງເວລາທີ່ຈະອຳລາຈາກທີມເພື່ອໃຫ້ນັກເຕະລຸ້ນໃໝ່ກ້າວຂຶ້ນຮັບຊ່ວງແທນ.
ຣອຟເຣນ ເປັນໜຶ່ງໃນຕົວຄົນສຳຄັນທີ່ຊ່ວຍໃຫ້ ໂຄຣເອເຊຍ ຄວ້າຮອງແຊ້ມບານໂລກ 2018 ແລະ ຄວ້າອັນດັບ 3 ໃນບານໂລກ 2022, ໂດຍລົງຫລິ້ນທັງໝົດ 78 ນັດ, ຍິງໄດ້ 5 ປະຕູໃນນາມທີມຊາດ.

