ບຣາຊິວ ໂຈະການສົ່ງອອກຊີ້ນງົວໄປຈີນ ຫລັງພົບເຊື້ອພະຍາດ ງົວບ້າ ເລີ່ມ 23 ກຸມພາ ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 23 ກຸມພາ 2023 ຜ່ານມາ, ບຣາຊິວຫ້າມການສົ່ງອອກຊີ້ນງົວໄປປະເທດຈີນ ຕັ້ງແຕ່ວັນທີ 23 ກຸມພາ ນີ້ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ ຫລັງຢືນຢັນການພົບພະຍາດງົວບ້າ ໃນລັດ ປາຣາ ທາງຕອນເໜືອຂອງປະເທດ.
ມາດຕະການທັງໝົດຈະຖືກດຳເນີນການທັນທີ, ໃນແຕ່ລະຂັ້ນຕອນຂອງການສືບສວນ ເລື່ອງນີ້ຈະໄດ້ຮັບການແກ້ໄຂດ້ວຍຄວາມໂປ່ງໃສ ເພື່ອຮັບປະກັນຜູ້ບໍລິໂພກຂອງປະຊາຊົນໃນທົ່ວໂລກ.
ພະຍາດງົວບ້າ ເກີດຂຶ້ນເອງໂດຍທຳມະຊາດ ແລະ ບໍ່ມີຄວາມສ່ຽງຂອງການແພ່ເຊື້ອສູ່ຝູງສັດ ແລະ ຄົນ, ທັງນີ້ ສັດທີ່ມີອາການປ່ວຍຢູ່ໃນພື້ນທີີ່ 160 ໂຕ, ເຊິ່ງສະຖານທີ່ດັ່ງກ່າວໄດ້ຮັບການກວດສອບ ແລະ ຖືກສັ່ງປິດເພື່ອປ້ອງກັນພະຍາດແລ້ວ ຂະນະທີ່ຕົວຢ່າງຖືກສົ່ງໄປຫ້ອງປະຕິບັດການຂອງອົງການພະຍາດລະບາດລະຫວ່າງປະເທດ ເພື່ີອຢືນຢັນວ່າພະຍາດດັ່ງກ່າວເປັນຮູບແບບດັ້ງເດີມ ຫລື ເປັນຮູບແບບຜິດປົກກະຕິ.

