ກຳປູເຈຍ ພົບຜູ້ເສຍຊີວິດ ຈາກພະຍາດ ໄຂ້ຫວັດສັດປີກ ກໍລະນີທຳອິດ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 23 ກຸມພາ, ເດັກຍິງ ຊາວກຳປູເຈຍ ອາຍຸ 11 ປີ ເສຍຊີວິດ ຍ້ອນພະຍາດ ໄຂ້ຫວັດ ສັດປີກ ເປັນຄົນທຳອິດ ຂອງປະເທດ ໃນຮອບຫລາຍປີຜ່ານມາ ຫລັງຈາກ ສຳນັກງານຄວບຄຸມຕິດຕໍ່ ຂອງກຳປູເຈຍ ຖະແຫລງ ກ່ຽວກັບ ເດັກຍິງເລີ່ມປິ່ນປົວ ໃນວັນທີ 16 ກຸມພາ 2023 ຜ່ານມາ, ໂດຍມີ ອາການເປັນໄອ, ມີໄຂ້ສູງ ແລະ ອາການເຈັບຄໍ ຈາກນັ້ນ ໄດ້ເສຍຊີວິດ ຢູ່ໂຮງໝໍ ຫລັງຈາກ ຕິດເຊື້ອພະຍາດ ໄຂ້ຫວັດສັກປີກ ສາຍພັນ H5N1 ເປັນບວກ ເປັນຜູ້ຕິດເຊື້ອພະຍາດ ດັ່ງກ່າວ ກໍລະນີທີ 57 ຂອງປະເທດ.
ຜູ້ອຳນວຍການ ອົງການອະນາໄມໂລກ ກ່າວວ່າ: ການຕິດເຊື້ອໃນສັດລ້ຽງລູກດ້ວຍນ້ຳນົມຈຳເປັນຕ້ອງໄດ້ຮັບການສັງເກດການຢ່າງໃກ້ຊິດ ,ນັບຕັ້ງແຕ່ ປີ 2003 ເປັນຕົ້ນມາ ທົ່ວໂລກ ມີຄົນເສຍຊີວິດຈາກພະຍາດ ໄຂ້ຫວັດສັດປີກ ຫລາຍກວ່າ 450 ຄົນ ແລະ ນັບແຕ່ ທ້າຍປີ 2022 ເປັນຕົ້ນມາ ເອີຣົບ ມີໄຂ້ຫວັດ ສັດປີກ ແພ່ລະບາດຄັ້ງໃຫຍ່ສຸດທີ່ເຄີຍມີມາ. ຂະນະທີ່ ອາເມລິກາເໜືອ ແລະ ອາເມລິກາໃຕ້ ມີການແພ່ລະບາດໃຫຍ່ ເຊັ່ນກັນ ເຮັດໃຫ້ຕ້ອງກຳຈັດສັດປີກຫລາຍສິບລ້ານໂຕ ສ່ວນໃຫຍ່ ຕິດເຊື້ອ ສາຍພັນ H5N1.

