ສປ ຈີນ ເລັ່ງຄົ້ນຫາຜູ້ສູນຫາຍເກືອບ 50 ຄົນ ຈາກເຫດບໍ່ຖ່ານຫີນຖະຫລົ່ມ

ສຳນັກຂ່າວຕ່າງປະເທດລາຍງານ: ວັນ​ທີ 23​ ກຸມພາ​ 2023,​ ເກີດ​ອຸບັດ​ເຫດ ບໍ່​ຖ່ານ​ຫີນ ຖະຫລົ່ມ ​ເຂດ​ອັລຊາລີ (Alsa League) ​ໃນ​ເຂດ​ປົກຄອງ ມົງ​ໂກ​ລີ​ ທາງ​ພາກ​ເໜືອ​ຂອງ ສປ ຈີນ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 5ຄົນ,ບາດ​ເຈັບ 6ຄົນ​ ​ແລະ ສູນຫາຍ 48ຄົນ. ປັດ​ຈຸ​ບັນ ​ເຈົ້າໜ້າ​ທີ່​ກູ້​ໄພຂອງ ສປ ຈີນ ພວມ​ເລັ່ງຄົ້ນຫາ ​ຜູ້​ສູນຫາຍ ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ ​ຜູ້​ເຄາະ​ຮ້າຍ ​ໃນ​ເຫດການ​ຄັ້ງນີ້ ຢ່າງ​ຮີບ​ດ່ວນ. ​ເຂດ​ດັ່ງກ່າວ ​ເປັນ​ແຫ​ລ່ງ ອຸດສາຫະກຳ ຖ່ານ​ຫີນ ຂະໜາດ​ໃຫຍ່​ສຸດ​ ຂອງ ສປ ຈີນ.