ແມນຢູ ຟື້ນແຜນລ່າ ເບລລິງແຮມ ເສີມຄົມອີກເທື່ອຫນຶ່ງ

ແມນເຊສເຕີ ຢູໄນເຕັດ ກຽມຮື້ແຜນລ່າຕົວ ຈູດ ເບລລິງແຮມ ກອງກາງດາວຮຸ່ງ ໂບຣຸສເຊຍ ດອດມຸນ ຂຶ້ນມາປັດຝຸ່ນອີກເທື່ອຫນຶ່ງ ໂດຍພ້ອມຍາດຕົວກັບ ຣຽວ ມາດຣິດ ແລະ ລີເວີພູລ.

ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ຕົກເປັນຂ່າວກຽມຫວນກັບໄປລ່າຕົວ ຈູດ ເບລລິງແຮມ ກອງກາງດາວຮຸ່ງ ໂບຣຸສເຊຍ ດອດມຸນ ມາເສີມເກ່ັງອີກເທື່ອຫນຶ່ງໃນລະດູການນີ້.

ແມນຢູ ເຄີຍພະຍາຍາມຂໍຊື້ຕົວ ເບລລິງແຮມ ມາຮ່ວມທີມແລ້ວຄັ້ງຫນຶ່ງ ແຕ່ກໍບໍ່ສຳເລັດ ຫລັງຈາກທີ່ລາວເລືອກຍ້າຍຈາກ ເບີມິງແຮມ ຊິຕີ ໄປຫລິ້ນໃຫ້ກັບ ດອດມຸນ ເມື່ອປີ 2020.

ຂະນະທີ່ຫລ້າສຸດ The Athletic ສື່ຊື່ດັງເປີດເຜີຍວ່າ ແມນຢູ ກຽມເອົາແຜນລ່າຕົວດາວເຕະອາຍຸ 19 ປີ ຂຶ້ນມາປັດຝຸ່ນອີກເທື່ອຫນຶ່ງໃນລະດູການນີ້ ໂດຍພ້ອມເປີດເສິກກັບ 2 ຄູ່ແຂ່ງສຳຄັນຢ່າງ ລີເວີພູລ ແລະ ຣຽວ ມາດຣິດ ທີ່ພວມໃຫ້ຄວາມສົນໃຈກອງກາງທີມຊາດອັງກິດຢູ່ເຊ່ັນດຽວກັນ.

ແນວໃດກໍຕາມ ແມນຢູ ຍັງຕາມຫລັງຄູ່ແຂ່ງທີມອື່ນອ່າວຫລາຍ ໂດຍ ຣຽວ ມາດຣິດ ໄດ້ເລີ່ມຕົ້ນເຈລະຈາກັບນາຍໜ້າຂອງ ເບລລິງແຮມ ມາດົນສົມຄວນແລ້ວ.

ຂະນະທີ່ ລີເວີພູລ ຖືກຍົກໃຫ້ເປັນທີມທີ່ມີໂອກາດຈະໄດ້ລາຍເຊັນຂອງດາວຍິງພອນສະຫວັນລາຍນີ້ ເຊິ່ງຢາກຍ້າຍໄປຮ່ວມງານກັບ ເຈີເກັນ ຄລອບ ຜູ້ຈັດການທີມຊາວເຢຍລະມັນ ແຕ່ບັນຫາຂອງລີເວີພູລກໍຄືເຈົ້າຂອງທີມສະໂມສອນ ຈະຍອມຈ່າຍຄ່າຕົວທີ່ແພງລະດັບ 132 ລ້ານປອນ ໄດ້ຫລືບໍ່.