ອາດີດາສ ເປີດຕົວເກີບເຕະບານ L10NEL M35SI PACK ສະດຸດີ 35 ປີ ເມສຊີ
ອາດີດາສ ເປີດຕົວເກີບເຕະບານຮຸ່ນພິເສດ L10NEL M35SI ເພື່ອສະເຫລີມສະເຫລອງໃຫ້ກັບການເດີນທາງຂອງນັກເຕະທີ່ດີທີ່ສຸດໃນໂລກ ລີໂອເນລ ເມສຊີ ໃນອາຍຸ 35 ປີ ທີ່ຫາກໍຄວ້າແຊ໊ມບານໂລກຄັ້ງທຳອິດໃນຊີວິດເມື່ອປີຜ່ານມາ ພ້ອມຍັງຄົງມຸ່ງໜ້າສ້າງປະຫວັດສາດບົດໃຫມ່ຂອງຕຳນານຫມາຍເລກ 10 ຫລື El Diez ຕໍ່ໄປຢ່າງບໍ່ຢຸດຢັ້ງ.
ຈາກຮູບແບບການຫລິ້ນທີ່ຍາກຈະຫາໃຜມາທຽບຂອງ ລີໂອເນລ ເມສຊີ ກໍ່ເກີດເປັນແຮງບັນດານໃຈໃນການສ້າງສັນເກີບເຕະບານ L10NEL M35SI ທີ່ໂດດເດັ່ນດ້ວຍສີສັນ ສົ້ມ-ດຳ ແລະ ຟ້າອ່ອນ ທີ່ປະສານລວມກັບສັນຍະລັກສາມແຖບຂອງອາດີດາສໄດ້ຢ່າງລົງຕົວ ພ້ອມແຕ່ງເຕີມລາຍເສັ້ນກຣາຟຟິກອັນສະດຸດຕາ ທີ່ຈະເຮັດໃຫ້ເຫລ່ົາແຟນບານຫວນນຶກເຖິງເກີບເຕະສຸດໄອຄໍນິກ ຄື f50.6, the Messi f50 adizero mirosar 10, the Messi15, the f50 adizero Messi 370 ຫລື Messi 16 Spacedust.
L10NEL M35SI Pack ຄືເກີບເຕະບານຮຸ່ນຫລ້າສຸດທີ່ປະສານຕໍ່ຄວາມມຸ່ງຫມັ້ນໃນການນຳສະເໜີເທັກໂນໂລຢີອັນກ້າວໜ້າຂອງກຸ່ມຜະລິດຕະພັນ X Speedportal ເພື່ອໃຫ້ນັກກິລາບານເຕະທົ່ວໂລກສາມາດຖ່າຍທອດຮຸ່ນທີ່ດີທີ່ສຸດຂອງຕົນເອງໃຫ້ທຸກຄົນໄດ້ເຫັນ ໂດຍຍົກລະດັບມາຈາກວັດສະດຸສັງເຄາະທີ່ມີວັດສະດຸຣິໄຊເຄິລເປັນສ່ວນປະກອບຢ່າງຫນ້ອຍ 50% ມອບທັງສຳຜັດນຸ່ມ ແລະ ຄວາມທົນທານຍາມເມື່ອສວມໃສ່ ພື້ນເກີບຊັ້ນກາງຊ່ວຍສະໜັບສະໜູນການຫລິ້ນຄວາມໄວສູງໃຫ້ເປັນໄປໄດ້ງ່າຍດາຍ ລວມເຖິງພື້ນເກີບຊັ້ນລຸ່ມທີ່ໄດ້ຮັບການອອກແບບໂຄງສ້າງມາເພື່ອໃຫ້ຜູ້ຫລິ້ນປ່ຽນທິດທາງ ຫລື ເຄື່ອນໄຫວທ່າທາງໃນສະໜ!ມໄດ້ຢ່າງວ່ອງໄວສຽບຄົມ ແລະ ຫມັ້ນໃຈ ເຫມືອນດັ່ງ ລີໂອເນລ ເມສຊີ ຍາມສະແດງລີລາໃນສະໜາມນັ່ນເອງ.
ເກີບເຕະບານຮຸ່ນ L10NEL M35SI ແລະ ຮຸ່ນ X SPEEDPORTAL MESSI.1 FG ຈະເລີ່ມວາງຈຳໜ່າຍຕັ້ງແຕ່ວັນທີ 21 ກຸມພາ 2566 ເວລ 16:00 ນາທີ ເປັນຕົ້ນໄປໃນລາຄາ 4,250,000.

