ການຕັ້ງເປົ້າໝາຍໃຫ້ເນື້ອທີ່ປົກຫຸ້ມສີຂຽວ ກວມ 70% ຍັງເປັນສິ່ງທ້າທາຍ ຍ້ອນຍັງ ມີເຫດການໄຟໄໝ້ ແລະ ບຸກລຸກປ່າ

ໂດຍ: ມຶກບໍ່ແຫ້ງ

ຕະຫລອດໄລຍະຜ່ານມາ ລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດແຜນງານການປົກປັກຮັກສາ ແລະ ການພື້ນຟູປ່າໄມ້ ໂດຍເລັ່ງໃສ່ການປ້ອງກັນການທຳລາຍປ່າໄມ້ ໃນເຂດຫວງຫ້າມ ໂດຍສະເພາະການບຸກລຸກເຂດປ່າສະຫງວນແຫ່ງຊາດ ແລະ ອື່ນໆ ແນໃສ່ເພື່ອເຮັດໃຫ້ ສປປ ລາວ ມີເນື້ອທີ່ປົກຫຸ້ມສີຂຽວກວມ 70% ໃນຂອບເຂດທົ່ວປະເທດ ເຊິ່ງມາຮອດປັດຈຸບັນ ສປປລາວເຮົາສາມາດ ກຳນົດເນື້ອທີ່ເປັນເຂດປ່າສະຫງວນແຫ່ງຊາດໄດ້ເກືອບ 5 ລ້ານເຮັກຕາ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ປົກຮັກສາປ່າໄມ້ ຕໍ່ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ປ່າໄມ້ ແລະ ພັດທະນາທະນາຊົນນະບົດ ປະຈຳປີ 2022 ໃຫ້ຮູ້ວ່າ: ໃນປີ 1 ຜ່ານມາ ກະຊວງກະສິກຳໄດ້ສຳເລັດການສະເໜີລັດຖະບານອອກດຳລັດການສ້າງຕັ້ງອຸທິຍານແຫ່ງຊາດ 3 ແຫ່ງ ຍົກລະດັບປ່າສະຫງວນຂອງແຂວງ ຂຶ້ນເປັນແຫ່ງຊາດໄດ້ 2 ແຫ່ງ ເຮັດໃຫ້ມາຮອດປັດຈຸບັນ ສປປ ລາວ ມີປ່າສະຫງວນທັງໝົດ 177 ແຫ່ງ. ລວມເນື້ອທີ່ ປ່າສະຫງວນ ແລະ ອຸທິຍານແຫ່ງຊາດທັງໝົດ 4,9 ລ້ານເຮັກຕາ. ນອກນັ້ນ ຍັງສຳເລັດຂັ້ນພື້ນຖານ ກ່ຽວກັບການພັດທະນາການທ່ອງທ່ຽວທຳມະຊາດ ແບບມີສ່ວນຮ່ວມ ລະຫວ່າງພາກລັດ ເອກະຊົນ ແລະ ປະຊາຊົນໃນເຂດອຸທິຍານແຫ່ງຊາດໄດ້ 6 ແຫ່ງ. ມີເຂດປ່າຜະລິດ 51 ເຂດ ເນື້ອທີ່ປະມານ 3,1 ລ້ານເຮັກຕາ ສຳເລັດການສຳຫຼວດ ແລະ ສ້າງແຜນຈັດຕັ້ງປະຕິບັດແຜນຈັດສັນເປັນຕົ້ນແມ່ນ ກຳນົດ ແລະ ໝາຍເຂດແດນບ້ານ ເຂດການນໍາໃຊ້ທີ່ດິນ ແລະ ປ່າໄມ້ ໄດ້ຟື້ນຟູປ່າ ສົ່ງເສີມຊີວິດການເປັນຢູ່ປະຊາຊົນ ໂດຍສະເພາະການສົ່ງເສີມການປູກໄມ້ໃນເຂດທີ່ດິນຊຸດໂຊມ ແລະ ທີ່ດິນປອກໂລ້ນ ພ້ອມທັງປັກຫຼັກໝາຍ ຕິດປ້າຍ ແລະ ອື່ນໆ.

 

ເຖິງຢ່າງໃດກໍຕາມ ການຄຸ້ມຄອງ ແລະ ປົກປັກຮັກສາ 3 ປະເພດປ່າໄມ້ຜ່ານມາຄື: ປ່າສະຫງວນ ແລະ ອຸທິຍານແຫ່ງຊາດ ເຂດປ່າຜະລິດ ປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ ຍັງປະຕິບັດບໍ່ທັນບັນລຸເປົ້າໝາຍເທົ່າທີ່ຄວນ ນັ້ນກໍເນື່ອງຈາກວ່າ ບາງເຂດ, ບາງທ້ອງຖິ່ນຍັງມີການເອື້ອປະໂຫຍດ, ອະນຸມັດໂຄງການນອກແຜນບຸກລຸກທີ່ດິນປ່າໄມ້ຂອງປະຊາຊົນ ໃນການປູກຝັງ ລ້ຽງສັດ, ການລະເມີດສຳປະທານຂອງບໍລິສັດຕ່າງໆ ແລະ ການການລັກລອບຕັດໄມ້ຢູ່ບາງຂົງເຂດ ທີ່ເປັນການລະເມີດຕໍ່ ຄຳສັ່ງເລກທີ 15 ຂອງທ່ານນາຍົກລັດຖະມົນຕີ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການຄຸ້ມຄອງ ແລະ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດ ຍັງປາກົດໃຫ້ເຫັນ ທັງໝົດນີ້ຄືສິ່ງທ້າທາຍ ເຮັດໃຫ້ບໍ່ສາມາດບັນລຸຕາມແຜນການ 70% ຂອງເນື້ອທີ່ປົກຫຸ້ມທົ່ວປະເທດໄດ້ ເຊິ່ງໃນຕໍ່ໜ້າພາກສ່ວນກ່ຽວຂ້ອງ ຍັງຈະຕ້ອງສືບຕໍ່ສູ້ຊົນສຸມໃສ່ເຂົ້າໃນຈັດຕັ້ງປະຕິບັດແຜນງານດັ່ງກ່າວຢ່າງມີຈຸດສຸມ ແລະ ເດັດຂາດ ຕາມນະໂຍບາຍ ແລະ ນິຕິກຳຕ່າງໆວາງອອກໃຫ້ມີຜົນສຳເລັດຍິ່ງຂຶ້ນ.

ທັງນີ້ກໍເພື່ອຄືນຄວາມອຸດົມສົມບູນໃຫ້ກັບທຳມະຊາດ, ມຸ່ງສູ່ເປົ້າໝາຍບໍລິການທ່ອງທ່ຽວ ແລະ ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກໍາປຸງແຕ່ງໄມ້ ທີີ່ມີການນໍາໃຊ້ເຕັກນິກເຕັກໂນໂລຊີ ແລະ ນະວັດຕະກໍາ ທີີ່ທັນສະໄໝ ປະກອບສ່ວນຢ່າງແຂງແຮງ ເຂົົ້າໃນການສ້າງລາຍຮັບ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.