ເກີດເຫດແຜ່ນດິນໄຫວ ປະເທດທາຈິກິສະຖານ ໃກ້ຊາຍແດນຈີນ ແຮງສັ່ນສະເທືອນຮັບຮູ້ເຖິງ 5 ປະເທດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 23 ກຸມພາ 2023, ເກີດເຫດແຜ່ນດິນໄຫວທີ່ປະເທດທາຈິກິສະຖານ ຕິດຊາຍແດນຈີນ ເຊິ່ງເປັນພື້ນທີ່ຫ່າງໄກ ແລະ ມີປະຊາກອນອາໄສຢູ່ພຽງເລັກໜ້ອຍ, ສາມາດແທກລະດັບຄວາມຮຸນແຮງໄດ້ 6.8 ຣິກເຕີ, ລະດັບຄວາມເລິກ 20 ກິໂລແມັດ, ການສັ່ນສະເທືອນດັ່ງກ່າວຮັບຮູ້ໄດ້ເຖິງ 5 ປະເທດຄື: ຈີນ, ປາກິດສະຖານ, ອຸດຊາເບກິດສະຖານ, ອັບການິສະຖານ ແລະ ຄີກິດສະຖານ.
ດ້ານສູນເຄືອຂ່າຍແຜ່ນດິນໄຫວຈີນ (CENC) ໄດ້ອອກມາລາຍງານເຫດແຜ່ນດິນໄຫວທີ່ເກີດຂຶ້ນ ເວລາປະມານ 8:37 ນາທີ ໂດຍມີຄວາມແຮງ 7.2 ຣິກເຕີ, ມີລະດັບຄວາມເລິກລົງໄປໃຕ້ດິນ 10 ກິໂລແມັດ.
ທັງນີ້ມີລາຍງານວ່າ ແຮງສັ່ນສະເທືອນຂອງແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ເກີດດິນຖະຫລົ່ມຫລາຍຈຸດ ແລະ ມີ ອັບເຕີຊ໋ອກອີກຫລາຍຄັ້ງ, ແຕ່ຍັງບໍ່ມີລາຍງານຄວາມເສຍຫາຍໃນຂະນະນີ້

