ມະເຮັງລຳໄສ້ໃຫຍ່ ຮູ້ກ່ອນ ປ້ອງກັນໄດ້.
ມະເຮັງລຳໄສ້ໃຫຍ່ ເປັນພະຍາດທີ່ພົບໄດ້ຫລາຍ ໂດຍສະເພາະຜູ້ທີ່ມີອາຍຸ 50 ປີຂຶ້ຍໄປ, ມີສາເຫດຈາກປັດໄຈຫລາຍຢ່າງ ໄດ້ແກ່ : ກຳມະພັນ, ອາຫານການກິນ ແລະ ສິ່ງແວດລ້ອມ.
- ພຶດຕິກຳທີ່ເພີ່ມຄວາມສ່ຽງ :
- ກິນຊີ້ນດິບຊີ້ຍແດງ, ອາຫານປີ້ງຈີ່.
- ຕຸ້ຍລົງພຸງ.
- ສູບຢາ, ດື່ມອານກໍຮໍເປັນປະຈຳ.
- ພຶດຕິກຳທີ່ຊ່ວຍຫລຸດຄວາມສ່ຽງ :
- ກິນຜັກ ແລະ ໝາກໄມ້ເປັນປະຈຳ.
- ອອກກຳລັງກາຍ ແລະ ຄວບຄຸມນຳ້ໜັກຢ່າງສະໝໍ່າສະເໝີ.
- ມະເຮັງລຳໄສ້ໃຫຍ່ໃນໄລຍະທຳອິດມັກບໍ່ມີອາການສະແດງອອກ, ການກວດເພື່ອປູກເຊື້ອໃນໄລຍະກ່ອນທີ່ຈະກາຍເປັນມະເຮັງຈຶ່ງມີຄວາມສຳຄັນຫລາຍ ແລະ ຜູ້ທີ່ຄວນໄດ້ຮັບການກວດຫາມະເຮັງລຳໄສ້ໃຫຍ່ ໄດ້ແກ່ :
- ຜູ້ທີ່ມີອາຍຸຕັ້ງແຕ່ 50 ປີຂຶ້ນໄປ.
- ເຄີຍກວດພົບຊີ້ນປົ່ງ ຫລື ມະເຮັງລຳໄສ້ໃຫຍ່.
- ມີຄົນໃນຄອບຄົວເປັນມະເຮັງລຳໄສ້ໃຫຍ່.
ໃນປັດຈຸບັນ ການສ່ອງກ້ອງລຳໄສ້ໃຫຍ່ຖືເປັນວິທີທີ່ມີປະສິດທິພາບຫລາຍທີ່ສຸດໃນການປ້ອງກັນມະເຮັງລຳໄສ້ໃຫຍ່, ມີຄວາມປອດໄພສູງ ແລະ ສາມາດຕັດຊີ້ນປົ່ງອອກໄດ້ທັນທີ ໃນກໍລະນີທີ່ກວດພົບໂດຍບໍ່ຕ້ອງຮັບການຜ່າຕັດ ເຊິ່ງມະເຮັງລຳໄສ້ໃຫຍ່ສາມາດປ້ອງກັນໄດ້ບໍ່ຍາກ ຫາກຮູ້ຈັກປັບປ່ຽນພຶດຕິກຳຮ່ວມກັບກວດຫາມະເຮັງລຳໄສ້ໃຫຍ່ຕາມຄວາມຕ້ອງການ.

