ການຄ້າແຂວງຈຳປາສັກ ກຽມຮ່ວມມືດ້ານວຽກງານອຸດສາຫະກໍາ-ການຄ້າ ກັບ 3 ແຂວງ ເພື່ອຊຸກຍູ້ສົ່ງເສີມເສດຖະກິດພາຍໃນ

ໜັງສືພິມ ຈຳປາໃໝ່ ລາຍງານວ່າ: ວັນທີ 21 ກຸມພາ 2023, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ໄດ້ໃຫ້ສຳພາດກ່ຽວກັບການກະກຽມຄວາມພ້ອມໃນການຮ່ວມມືດ້ານວຽກງານອຸດສາຫະກໍາ ແລະ ການຄ້າ ກັບນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຫລວງພະບາງ ເພື່ອຊຸກຍູ້ສົ່ງເສີມການສໍາພັນເສດຖະກິດພາຍໃນໃຫ້ມີຄວາມເຂັ້ມແຂງ ຈຶ່ງໄດ້ເຊັນບົດບັນທຶກຮ່ວມມືດ້ານການພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າ ຮ່ວມກັບແຂວງດັ່ງກ່າວ.
ທັງນີ້ກໍເພື່ອແລກປ່ຽນດ້ານຂໍ້ມູນຂ່າວສານ ແລະ ຊອກຕະຫລາດຈໍາໜ່າຍສິນຄ້າຮ່ວມກັນ ຕົ້ນຕໍແມ່ນສິນຄ້າກະສິກໍາ, ປຸກລະດົມພາກທຸລະກິດ ເພີ່ມທະວີການພົວພັນຊື້-ຂາຍ, ການຈັດງານຕະຫລາດນັດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ບັນດາຫົວໜ່ວຍທຸລະກິດໃນການອະນຸຍາດການລົງທຶນ, ການສ້າງຕັ້ງດໍາເນີນທຸລະກິດ ລວມທັງການຈໍາໜ່າຍ ຜະລິດຕະພັນຂອງແຂວງ. ເຊິ່ງໃນປີ 2022 ສິນຄ້າກະສິກໍາເມືອງປາກຊ່ອງໄດ້ຈັດສົ່ງໄປຕ່າງແຂວງ ມີ 6 ລາຍການ ຄື: ຜັກກະລໍ່າ, ຜັກກາດຂາວ, ໝາກເຂືອ, ໝາກຊູ, ມັນດ້າງ, ໝາກເຜັດ, ມີຈໍານວນ 46.924 ໂຕນ, ມູນຄ່າ 102,31 ຕື້ກີບ. ໃນນັ້ນ, ສົ່ງໄປນະຄອນຫລວງວຽງຈັນ ຈໍານວນ 27.635 ໂຕນ, ມູນຄ່າ 77,24 ຕື້ກີບ. ປັດຈຸບັນ ຄວາມຕ້ອງການພືດຜັກຂອງແຂວງຫລວງພະບາງ ປະມານ 15 ໂຕນ/ວັນ, ແຂວງສະຫວັນນະເຂດ ປະມານ 30 ໂຕນ/ວັນ.
ນອກນີ້, ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ກໍໄດ້ສ້າງບົດບັນທຶກການຮ່ວມມືສົ່ງເສີມການຜະລິດສິນຄ້າ ແລະ ການຕະຫລາດ ກັບ ອົງການປົກຄອງເມືອງໄດ້ 4 ເມືອງ ຄື: ເມືອງໂຂງ, ໂພນທອງ, ມູນລະປະໂມກ ແລະ ເມືອງຈໍາປາສັກ ເພື່ອຮ່ວມກັນ ເຄື່ອນໄຫວສົ່ງເສີມພັດທະນາຜະລິດຕະພັນໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສົ່ງເສີມການຂະຫຍາຍຕາໜ່າງຕະຫລາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມການຜະລິດເຂົ້າເຖິງຕະຫລາດຈໍາໜ່າຍສາມາດຊຸກຍູ້ເຊັນບົດບັນທຶກສັນຍາຊື້-ຂາຍ ໄດ້ 7 ຫົວໜ່ວຍ ລວມ 9 ຜະລິດຕະພັນ.

