ປະກາດແຕ່ງຕັ້ງ ທ່ານ ຄຳແດງ ຂັນຕະມາລາ ຂຶ້ນເປັນຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ຜູ້ໃໜ່

ພິທີປະກາດແຕ່ງຕັ້ງ ທ່ານ ຄຳແດງ ຂັນຕະມາລາ ວ່າການຫົວໜ້າອົງການໄອຍະການປະ ຊາຊົນ ແຂວງສະຫວັນນະເຂດ ຂຶ້ນເປັນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດ ຜູ້ໃໜ່ ຕາມຕົກລົງຂອງທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 086/ອອປສ, ລົງວັນທີ 17/02/2023 ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ ຜ່ານມາ ໂດຍມີ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນແຂວງ, ເຂດໂດຍສະເພາະ ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ໃຫ້ຍົກສູງບົດບາດການນຳພາຂອງພັກຕໍ່ວຽກງານໄອຍະການປະຊາຊົນ, ກຳແໜ້ນພາລະບົດບາດສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ, ຝຶກຝົນຫລໍ່ຫລອມຕົນເອງໃນທຸກດ້ານ, ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບ, ປະສານສົມທົບກັບອົງການຈັດຕັ້ງ, ສາຍຕັ້ງສາຍຂວາງ, ມີທັດສະນະມະຫາຊົນ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍນອກເປັນຢ່າງດີ, ຮັກແພງພະນັກງານ, ເອົາໃຈໃສ່ວຽກງານພະນັກງານຂອງພັກ; ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດຕາມກວດກາການດໍາເນີນຄະດີຢາເສບຕິດຢ່າງເຂັ້ມງວດ, ສ້າງກົນໄປການປະສານສົມທົບກັບອົງການຈັດຕັ້ງຕ່າງໆ ເພື່ອຮັບປະກັນການປະຕິບັດພາລະບົດບາດຂອງອົງການໄອຍະການປະຊາຊົນ; ເສີມຂະຫຍາຍຄວາມມີຫົວຄິດປະດິດສ້າງ, ຄວາມເປັນເຈົ້າການ, ເຮັດແທ້ທຳຈິງ, ເຮັດລ້ອນໜ້າທີ່ການເມືອງຂອງຕົນເປັນຢ່າງດີ; ສູ້ຊົນຈັດຕັ້ງປະຕິບັດແຜນການກໍ່ສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍຄໍາຂວັນ 3 ມີ 4 ຮັບປະກັນ ຂອງອົງການໄອຍະການປະຊາຊົນສູງສຸດວາງອອກ; ສ້າງອົງການໄອຍະການປະຊາຊົນໃຫ້ມີແບບແຜນເຂັ້ມງວດ, ກ້າວໜ້າ, ທັນສະໄໝ, ສົມເປັນເຄື່ອງມືຜະເດັດ ການກຳມະຊີບຂອງພັກຕາມທິດສັງຄົມນິຍົມ.