ຊອນ ເຮືອງ ມິນ ຍອມຮັບບໍ່ມີຄວາມສຸກທີ່ຕ້ອງນັ່ງສຳຮອງ

ຊອນ ເຮືອງ ມິນ ກອງໜ້າຕົວເກ່ັງຂອງ ທັອດແນມ ຮັອດສະເປີ ຍອມຮັບວ່າ ຕົວເອງບໍ່ມີຄວາມສຸກທີ່ຕ້ອງນັ່ງເປັນຕົວສຳຮອງໃນເກມທີ່ເອົາຊະນະ ເວສແຮມ ຢູໄນເຕັດ ຂະນະທີ່ ຄຣິສຕຽນ ສະເຕລລີນາ ໄດ້ອອກມາຊີ້ແຈງເຫດຜົນແລ້ວ.
ໂດຍ ຊອນ ຖືກເປັນຕົວສຳຮອງໃນເກມທີ່ ສະເປີ ເປີດສະໜາມ ຕ້ອນຮັບການມາຢາມຂອງ ເວສແຮມ ບານເຕະພຣີເມຍລີກ ນັດ ລອນດອນ ດາບີ້ ແມັດ ເມື່ອວັນທີ 19 ກຸມພາ ກ່ອນທີ່ລາວຈະລົງສະໜາມໃນນາທີ 68 ແລະ ຍິງປະຕູໃນນາທີ 72 ເປັນປະຕູຢ້ຳໄຊຊະນະໃຫ້ທີມເອົາຊະນະໄປ 2-0.
ຫລັງເກມ ດາວຍິງອາຍຸ 30 ປີ ທີ່ຍິງໄປແລ້ວ 5 ປະຕູຈາກ 22 ນັດໃນລີກລະດູການນີ້ ໃຫ້ສຳພາດວ່າ : “ ຕອນທີ່ຂ້ອຍນັ່ງສຳຮອງ ແນ່ນອນວ່າຂ້ອຍບໍ່ມີຄວາມສຸກ ແຕ່ຖ້າຂ້ອຍລົງມາ ຂ້ອຍຈະພະຍາຍາມເຮັດໃຫ້ດີທີ່ສຸດ ແລະ ຊ່ວຍທີມ ຂ້ອຍມີຄວາມສຸກຫລາຍທີ່ຍິງປະຕູ ແລະ ຊ່ວຍທີມໄດ້ ”.
ຂະນະທີ່ ສະເຕລລີນີ ຜູ້ຊ່ວຍຜູ້ຈັດການທີມ ສະເປີ ທີ່ຄຸມທີມແທນ ອັນໂຕນີໂອ ຄອນເຕ ໄດ້ຊີ້ແຈງເລື່ອງການພັກໃຫ້ ຊອນ ເຮືອງ ມິນ ເປັນຕົວສຳຮອງວ່າ : “ ລາວຕ້ອງສະຫງົບສະຕິອາລົມ ແລະ ຖ້າຜົນງານທີ່ດີທີ່ສຸດຂອງລາວ ເພາະລາວຕ້ອງສົມບູນດີ ຕອນນີ້ລາຍັງບໍ່ 100% ດັ່ງນັ້ນ ເຮົາຕ້ອງຈັດການລາວ ລາວຢູ່ໃນມ້ານັ່ງສຳຮອງ ແລະ ຈາກນັ້ນກໍເປັນໄລຍະເວລາຂອງລາວ ດ້ວຍພື້ນທີ່, ລາວເປັນນັກເຕະທີ່ມະຫັດສະຈັນ ແລະ ເຮົາພະຍາຍາມໃຊ້ລາວໃນລັກສະນະນີ້ ແລະ ມັນກໍເປັນຄວາມຄິດທີ່ດີ ລາວມີປະຕູ ແລະ ເຮົາກໍດີໃຈແທນລາວ ”.

