ຫຸ້ນແມນຢູຂຶ້ນຕໍ່ເນື່ອງ ຫລັງກຸ່ມທຶນຊາອຸດິອາຣເບຍ ຂໍເຂົ້າຮ່ວມຂໍຊື້ສະໂມສອນນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ລາຄາຫຸ້ນຂອງ ແມນເຊສເຕີ ຢູໄນເຕັດ ໃນຕະຫລາດຫລັກຊັບ ສະຫະລັດ ອາເມລິກາ ຈົບວັນດ້ວຍການພຸ່ມຂຶ້ນກວ່າ 2,38% ຈາກລາຄາ 19,87 ປອນຕໍ່ຫຸ້ນ ພຸ່ງຂຶ້ນໄປເຖິງ 20,35 ປອນຕໍ່ຫຸ້ນ ຄິດເປັນມູນຄ່າທີ່ເພີ່ມ ຂຶ້ນໃນມື້ດຽວ 334 ລ້ານປອນ ຈາກປະເດັນຂ່າວການຊື້ກິດຈະການສະໂມສອນທີ່ໄດ້ຮັບຄວາມສົນໃຈຈາກຫລາຍຝ່າຍ ໂດຍສະ ເພາະກຸ່ມທຶນຊາອຸດິອາຣະເບຍ ເຂົ້າຮ່ວມນຳ ເຮັດໃຫ້ນັກລົງທຶນຄາດກັນວ່າເປັນແງ່ບວກຕໍ່ສະໂມສອນ.

ບລູມເບີກ ເປີດເຜີຍກ່ອນໜ້ານີ້ວ່າ ກຸ່ມທຶນກາຕາພ້ອມຍື່ນຂໍ້ສະເໜີຊື້ສະໂມສອນລາຄາ 5 ພັນລ້ານປອນ ແຕ່ກໍຕ້ອງແຂ່ງ ກັບກຸ່ມທຶນທີ່ໃຫ້ຄວາມສົໃຈຈາກຊາອຸດິອາຣະເບຍ, ສະຫະລັດອາເມລິກາ ລວມເຖິງ ຈາກ ເຊີ ຈິມ ແຣສຄລິຟ ມະຫາເສດຖີແຟນ ບານບານແມນຢູ.

ໂມຮຳເຫມັດ ອັລ ຄາບີ ນັກຂ່າວກາຕາ ລະບຸວ່າ ກຸ່ມທຶນກາຕ້າຫລົ່ມລະລາຍໃນການຍື່ນຊື້ລີເວີພູລ ຈຶ່ງຫັນມາສົນໃຈ ແມນເຊສເຕີ ຢູໄນເຕັດ ຢ່າງຈິງຈັງ ຂະນະທີ່ ເທເລກຣາຟ ລາຍງານວ່າກຸ່ມທຶນຊາອຸດິ ອາຣະເບຍ ໄດ້ຍື່ນທາບທາມເປັນທາງການແລ້ວ ເຊິ່ງ ໜ້າຈະເຮັດໃຫ້ການຍາດຊີງສະໂມສອນແຫ່ງນີ້ດຸເດືອດທະວີຄູນຂຶ້ນໄປອີກ.

ທັງນີ້ຄາດກັນວ່າ ແມນເຊສເຕີ ຢູໄນເຕັດ ຈະໄດ້ຮູ້ວ່າໃຜເຈົ້າຂອງໃຫມ່ພາຍໃນ 6 ອາທິດໜີ ແລະ ບໍ່ວ່າຝ່າຍໃດທີ່ປະສົບຄວາມ ສຳເລັດ ກໍຈະເຮັດໃຫ້ເປັນມູນຄ່າຊື້ຂາຍທຸລະກິດກິລາຄັ້ງໃຫຍ່ທີ່ສຸດຄັ້ງຫນຶ່ງໃນປະຫວັດສາດ.