ເລຂາຄະນະພັກ ນວ ເນັ້ນໃຫ້ອົງຄະນະພັກ ປກສ ນວ ສຸມໃສ່ 3 ວຽກງານ ເພື່ອໃຫ້ນະຄອນຫລວງວຽງຈັນກາຍເປັນນະຄອນແຫ່ງຄວາມສະຫງົບ

ກອງປະຊຸມຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ນວ, ທີ່ຈັດ ຂຶ້ນວັນທີ 15-16 ກຸມພາ 2023, ໂດຍການເຂົ້າຮ່ວມ ຂອງສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນລວງວຽງຈັນ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນວ ໄດ້ໂອ້ລົມໂດຍໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ ປກສ ນະຄອນຫລວງວຽງຈັນ ສຸມໃສ່ 3 ວຽກງານ ເພື່ອຮັບປະກັນໃຫ້ນະຄອນຫລວງວຽງຈັນ ກາຍເປັນນະຄອນແຫ່ງຄວາມສະຫງົບຄື:

  1. ຄະນະພັກ-ຄະນະບັນຊາ ຕ້ອງສະດຸ້ງໄວຕໍ່ສະພາບການທີ່ເກີດຂຶ້ນ, ກຳລັງເກີດຂຶ້ນ ຫລື ຈະເກີດຂຶ້ນຕ້ອງຄາດກະຕີລາຄາ, ວິເຄາະບັນຫາຮອບດ້ານ, ຢ່າງພາວະວິໄສ ແລ້ວກຳນົດວິທີການແກ້ໄຂໃຫ້ທ່ວງທັນກັບສະພາບການ.
  2. ຫລີກລ່ຽງແນວຄວາມຄິດຈຸ້ມເຈື້ອເຊື້ອສາຍ, ແນວຄວາມຄິດທ້ອງຖິ່ນ, ຕ້ອງເດັດດ່ຽວ, ເດັດຂາດຈິງໃຈແກ້ໄຂຂໍ້ບົກຜ່ອງພາຍໃນກຳລັງປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ຢ່າງເປັນເຈົ້າການ ຖ້າຫາກພົບເຫັນນາຍ ແລະ ພົນຕຳຫລວດພາຍໃຕ້ການບັງຄັບບັນຊາຂອງຕົນກະທຳຜິດວິໄນຕ້ອງແກ້ໄຂຢ່າງຮີບດ່ວນບໍ່ໃຫ້ບັນຫາແຜ່ລາມເຊິ່ງຈະກໍ່ໃຫ້ເກີດຜົນເສຍຫາຍຢ່າງໃຫ່ຍຫລວງຕໍ່ການນຳພາຂອງອົງຄະນະພັກກອງບັນຊາການ ປກສ ນວ.
  3. ຕ້ອງສ້າງນິຕິກຳປົກປ້ອງເຈົ້າໜ້າທີ່ໃນເວລາອອກປະຕິບັດໜ້າທີ່, ຕ້ອງເພີ່ມທະວີຮັກສາຄວາມລັບທາງດ້ານວິຊາສະເພາະໃຫ້ຮັດກຸມຫລາຍຂຶ້ນກວ່າເກົ່າ ແລະ ການແບ່ງຄວາມຮັບຜິດຊອບຕະຫລອດຮອດການປະບັດໜ້າທີ່ຂອງຄະນະພັກ-ຄະນະບັນຊາພາຍໃນອົງຄະນະພັກກອງບັນຊາການ ປກສ ນວ ຕ້ອງໃຫ້ລະອຽດ, ຊັດເຈນ ຈະແຈ້ງການປະຕິບັດໜ້າທີ່ຂອງນາຍ ແລະພົນຕຳຫລວດ ປກສ ນວ ຕ້ອງຢູ່ບົນພື້ນຖານຄວາມຖືກຕ້ອງ, ຊັດເຈນ, ໂປ່ງໃສ, ທ່ຽງທຳ, ຄົບຖ້ວນ, ຖີ່ຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍ ຮັບປະກັນໃຫ້ນະຄອນຫລວງວຽງຈັນ ກາຍເປັນນະຄອນແຫ່ງຄວາມສະຫງົບ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍຫລາຍຂຶ້ນກວ່າເກົ່າ.