ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະຫົວໜ້າກອງເລຂາ ຄພສ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄພສປະຈຳປີ 2022 ແລະທິດທາງແຜນການປີ 2023 ໃນກອງປະຊຸມ ຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດປະຈຳປີ 2022 ຂຶ້ນໃນວັນທີ 17 ກຸມພາ 2023 ນີ້ ວ່າ:
ໃນໄລຍະ1 ປີຜ່ານມາໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດໂດຍສະເພາະໄພພິບັດທາງດ້ານລົມພາຍຸພັດ, ໄຟໄໝ້, ຟ້າຜ່າ, ນໍ້າຖ້ວມແລະສັດຕູພືດລະບາດຊຶ່ງໃນປີ2022 ມີໄພພິບັດທີ່ເກີດຂຶ້ນທັງໝົດ96 ຄັ້ງ, ສົ່ງຜົນກະທົບໂດຍກົງໃຫ້ແກ່18 ແຂວງມີ142 ເມືອງ, 1.162 ບ້ານ, 47.513 ຄອບຄົວ, 222.302 ຄົນຍິງ109.694 ຄົນ, ບາດເຈັບ10 ຄົນ, ເສຍຊີວິດ10 ຄົນ, ເນື້ອທີ່ທຳການຜະລິດເສຍຫາຍ 17.013,76 ເຮັກຕາ, ໜອງປາ 1.883 ແຫ່ງ, ສັດລ້ຽງ 110.744 ໂຕ, ຊົນລະປະທານແລະຄອງເໝືອງ 5.767 ແຫ່ງ, ເສັ້ນທາງເສຍຫາຍ981 ເສັ້ນ, ຂົວ96 ແຫ່ງ, ເສົາໄຟຟ້າ 570 ຕົ້ນ, ໂຮງຮຽນ44 ແຫ່ງ, ນໍ້າລິນ23 ແຫ່ງ, ໂຮງໝໍແລະສຸກສາລາ11 ແຫ່ງລວມມູນຄ່າເສຍຫາຍທີ່ສົ່ງຜົນກະທົບໃຫ້ແກ່ທາງດ້ານສັງຄົມ, ການຜະລິດແລະພື້ນຖານໂຄງລ່າງລວມມູນຄ່າເສຍຫາຍທັງໝົດ1,359 ຕື້ກ່ວາກີບ ແລະ ໄດ້ຮັບຜົນກະທົບຈາກພາຍຸ 3 ຫົວຄື: ພາຍຸMULAN, ພາຍຸມາອອນMA-ON ແລະພາຍຸNORU ຊຶ່ງປະຊາຊົນໄດ້ຮັບຜົນກະທົບລວມມີ16 ແຂວງມີ119 ເມືອງ, 1.141 ບ້ານ, 47.161 ຄອບຄົວ, 221.061 ຄົນຍິງ109.076 ຄົນ, ບາດເຈັບ10 ຄົນ, ເສຍຊີວິດ10 ຄົນແລະທາງດ້ານສັງຄົມ, ການຜະລິດແລະພື້ນຖານໂຄງລ່າງໄດ້ຮັບຜົນກະທົບຢູ່ 3 ແຂວງລວມມູນຄ່າເສຍຫາຍ 1.300 ຕື້ກວ່າກີບ.