ລີເວີພູລ-ແມນຢູ ເປີດເສິກຍາດ ຣູເບນ ເນເວສ ດາວຍິງວູບແຮມຕັນມາເສີມທີມ

ລີເວີພູລ ແລະ ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວກຽມເປີດເສິກນອກສະໜາມໃນການຊີງຕົວ ຣູເບນ ເນເວສ ກອງກາງ ວູບແຮມຕັນ ມາເສີມທີມ.

ໂດຍ ເນເວສ ສ້າງຜົນງານໄດ້ຢ່າງໂດດເດັ່ນກັບ ວູບແຮມຕັນ ນັບແຕ່ຍ້າຍມາຮ່ວມທີມເມື່ອປີ 2017 ຈາກການລົງສະໜາມ 238 ນັດ ລວມທຸກລາຍການຍິງ 29 ປະຕູ ແລະ 12 ແອສຊິສ.

ແນວໃດກໍຕາມສັນຍາຂອງດາວເຕະອາຍຸ 25 ປີ ລາຍນີ້ກັບ ວູບແຮມຕັນ ພວມຈະຫມົດລົງໃນລະດູການ 2024 ແຕ່ຍັງບໍ່ມີການຂະ ຫຍາຍອອກໄປ ທ່າມກາງຂ່າວລືວ່າລາວຕ້ອງການຍ້າຍທີມເພື່ອຫາຄວາມທ້າຍທາຍໃຫມ່ ໂດຍມີ ບາເຊໂລນາ ເປັນເປົ້າຫມາຍ.

ແຕ່ “ Fisaces” ສື່ໃນສະເປນເປີດເຜີຍວ່າ ກ່ອນໜ້ານີ້ ເນເວສ ຕ້ອງການທີ່ຈະຍ້າຍໄປຢູ່ກັບ ບາເຊໂລນາ ແຕ່ຈາກການທີ່ ບາເຊໂລນາ ບໍ່ຈິງຈັງໃນການຊື້ຂາຍດັ່ງກ່າວ ຂະນະດຽວກັນ ກອງກາງທີມຊາດໂປຣຕຸເກສ ກໍໄດ້ຮັບຂໍ້ສະເໜີຈາກຫລາຍ ທີມໃນພຣີເມຍລີກ ທັງ ລີເວີພູລ, ແມນເຊສເຕີ ຢູໄນເຕັດ ແລະ ນິວຄາສເຊິລ ຢູໄນເຕັດ.

ສົ່ງຜົນໃຫ້ ເນເວສ ພ້ອມທີ່ຈະຮັບຟັງຂໍ້ສະເໜີຈາກທີມໃນລີກອັງກິດທັງ 3 ສະໂມສອນໃນການຍ້າຍໄປຫລິ້ນ.