ຜູ້ນຳກຳປູເຈຍປະກາດຕໍ່ຕ້ານ ການແຊກແຊງຈາກຕ່າງປະເທດ

ສົມເດັດ ຮຸນເຊນ ປະກາດວ່າກຳປູເຈຍຈະຕໍ່ຕ້ານການແຊກແຊງທຸກຮູບແບບຈາກລັດຖະບານຕ່າງປະເທດ ທ່າມກາງການພົວພັນກັບອາເມລິກາທີ່ເຄັ່ງຕຶງຂຶ້ນ ຈາກກໍລະນີທີ່ລັດຖະບານພະນົມເປັນຈັບກຸມຜູ້ນຳຝ່າຍຄ້ານຂໍ້ຫາເປັນກະບົດ ແລະ ປິດໜັງສືພິມພາສາອັງກິດວິຈານລັດຖະບານ.
Hun Sen is calling on foreign countries not to interfere in Cambodia affairs alleging the US was helping oppositionhttps://t.co/EWcRJbd0yi
— Khmer Times (@KhmerTimes) September 3, 2017
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງກຳປົງຈາມ ປະເທດກຳປູເຈຍ ໃນວັນທີ 4 ກັນຍາວ່າ: ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກ່າວລະຫວ່າງລົງພື້ນທີ່ຢູ່ແຂວງກຳປົງຈາມ ທາງຕອນກາງຂອງປະເທດວ່າ: ທ່ານຈະບໍ່ມີທາງປ່ອຍໃຫ້ບຸກຄົນກຸ່ມໃດກໍຕາມທຳລາຍສະຖຽນລະພາບ ແລະ ສັນຕິພາບພາຍໃນປະເທດ ດ້ວຍການຍອມຕົກເປັນນໍມິນີຂອງລັດຖະບານຕ່າງປະເທດ ແລະ ຈະບໍ່ມີທາງປ່ອຍໃຫ້ເກີດເຫດການຊາວຂະເໝນເຂັ່ນຂ້າຊາວຂະເໝນດ້ວຍກັນອີກ ເຊິ່ງໝາຍເຖິງສະໄໝລັດຖະບານຂະເໝນແດງ ເມື່ອເກືອບ 4 ທົດສະວັດຜ່ານມາ, ເຖິງວ່າ ສົມເດັດ ຮຸນເຊນ ເຄີຍເປັນໜຶ່ງໃນສະມາຊິກກອງກຳລັງຂະເໝນແດງ, ແຕ່ປ່ຽນທ່າທີໃນເວລາຕໍ່ມາກ່ອນມີການລຸກຮື້ຂຶ້ນຂັບໄລ່.
ຄຳຖະແຫລງດັ່ງກ່າວຂອງ ສົມເດັດ ຮຸນເຊນ ມີຂຶ້ນທ່າມກາງສຽງວິຈານຢ່າງໜັກຈາກຕາເວັນຕົກ ໂດຍສະເພາະອາເມລິກາ ແລະ ສະຫະພາບເອີຣົບ (EU) ຕໍ່ກໍລະນີການຈັບກຸມທ່ານ ເກິມ ສຸພາ ຜູ້ນຳຝ່າຍຄ້ານ ແລະ ຫົວໜ້າພັກກູ້ຊາດກຳປູເຈຍ (CNRP) ໃນທ້າຍອາທິດຜ່ານມາ ຂໍ້ຫາເປັນກະບົດຈາກຄວາມພະຍາຍາມສົມຮູ້ຮ່ວມຄິດກັບກຸ່ມຕ່າງປະເທດໃນການໂຄ່ນລົ້ມອຳນາດລັດ ທີ່ສົມເດັດ ຮຸນເຊນ ກ່າວວ່າລັດຖະບານວໍຊິງຕັນຄືຜູ້ຢູ່ເບື້ອງຫລັງການດຳເນີນງານຂອງພັກ CNRP.
