ເກີດເຫດດິນເຈື່ອນຫລັງຝົນຕົກໜັກທາງຕອນໃຕ້ຂອງເປຣູ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 8 ຄົນ

ວັນທີ 6 ກຸມພາຜ່ານມາ, ເກີດເຫດດິນເຈື່ອນໃນເມືອງເຊໂກຊາ ທາງຕອນໃຕ້ຂອງເປຣູ ຫລັງຝົນຕົກໜັກຢ່າງຕໍ່ເນື່ອງ ໂດຍກະຊວງສາທາລະນະສຸກເປຣູລາຍງານວ່າ: ປັດຈຸບັນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 8 ຄົນ, ສູນຫາຍອີກ 5 ຄົນ ແລະ ໄດ້ຮັບບາດເຈັບອີກ 20 ຄົນ.
ກະຊວງສາທາລະນະສຸກເປຣູຍັງໄດ້ໂພສຂໍ້ຄວາມຜ່ານ Twitter ວ່າ: ຈະມີການນໍາເອົາກອງກໍາລັງທະຫານ 2 ໜ່ວຍ ເຊິ່ງປະກອບມີ ແພດ, ພະຍາບານ ແລະ ຜູ້ຊ່ຽວຊານດ້ານສຸຂະພາບຈິດ ເຂົ້າໄປຊ່ວຍເຫລືອໃນພື້ນທີ່ເກີດເຫດ ທັງຍັງໄດ້ສົ່ງເຮລິກົບແຕເຂົ້າໄປພື້ນທີ່ດັ່ງກ່າວແລ້ວ ເພື່ອສົ່ງມອບການຊ່ວຍເຫລືອດ້ານມະນຸດສະທໍາແກ່ປະຊາຊົນໃນພື້ນທີ່ປະສົບໄພ ບໍ່ວ່າຈະເປັນອາຫານ, ນໍ້າດື່ມ, ຢາ 150 ກວ່າກິໂລ.
ນອກຈາກນີ້, ກະຊວງປ້ອງກັນປະເທດເປຣູຍັງແນະນໍາໃຫ້ປະຊາຊົນຕິດຕາມຂໍ້ມູນຈາກແຫລ່ງຂ່າວທີ່ມາຈາກທາງການເທົ່ານັ້ນ ຫລັງລາຍງານຂອງສື່ບາງແຫ່ງລະບຸວ່າ: ມີຜູ້ເສຍຊີວິດສູງເຖິງ 36 ຄົນ ແລະ ມີຜູ້ເສຍຊີວິດບາງຄົນຖືກຫີນຖະຫລົ່ມທັບເວລາເດີນທາງຢູ່ຕາມຖະໜົນ ເຊິ່ງເປັນຂໍ້ມູນທີ່ບໍ່ເປັນຄວາມຈິງ.
ເຖິງຢ່າງໃດກໍຕາມ, ການຊ່ວຍເຫລືອຈາກລັດຖະບານເປຣູທີ່ສົ່ງມອບໃຫ້ພື້ນທີ່ຕ່າງໆ ຍັງດໍາເນີນໄປທ່າມກາງກະແສການປະທ້ວງຕໍ່ຕ້ານລັດຖະບານ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ດີນາ ໂບລູອາເຕ ຈັດການເລືອກຕັ້ງລະດັບປະເທດໂດຍໄວທີ່ສຸດ ໂດຍສະເພາະໃນເມືອງຕ່າງໆທາງຕອນໃຕ້ຂອງເປຣູເຊັ່ນ: ເມືອງອາເຣກິປາ ເມືອງທີ່ມີປະຊາກອນອາໄສຢູ່ໜາແໜ້ນທີ່ສຸດເປັນອັນດັບ 2 ຮອງຈາກນະຄອນຫລວງລິມາ ແລະ ຍັງເປັນໜຶ່ງໃນເມືອງສູນກາງການປະທ້ວງຕໍ່ຕ້ານລັດຖະບານທີ່ເກີດຂຶ້ນໃນບໍ່ເທົ່າໃດເດືອນຜ່ານມາ ຫລັງອະດີດປະທານາທິບໍດີ ເປໂດຣ ກັນຕີຢາ ໄດ້ຮັບມະຕິຖອດຖອນໃຫ້ພົ້ນຈາກຕໍາແໜ່ງ ເນື່ອງຈາກພະຍາຍາມໃຊ້ອໍານາດຍຸບສະພາ.
ອ້າງອີງ:

