ຣູນີ ຢືນຢັນບໍ່ຫວນຮັບໃຊ້ທີມຊາດອັງກິດ ອີກແລ້ວ

ເວນ ຣູນີ ໃຫ້ສຳພາດກັບ “tallksport” ໂດຍກ່າວວ່າ ລາວຈະບໍ່ກັບໄປຫຼິ້ນທີມຊາດ ອັງກິດ ອີກຄັ້ງຢ່າງແນ່ນອນ ຣູນີ ປະກາດອຳລາທີມຊາດ ຢ່າງເປັນທາງການໄປເປັນທີ່ ຮຽບຮ້ອຍແລ້ວ ຫຼັງລົງສະ ໜາມກັບ ທີມຊາດອັງກິດ ມາ ດົນກວ່າ 14 ປີ ພ້ອມຍຶດຕຳ ແໜ່ງດາວຍິງສູງສຸດຕະຫຼອດການຂອງຊາດ ເຖິງວ່າ ແກ ເຣດ ເຊົາເກດ ຜູ້ຈັດການທີມ ຊາດອັງກິດ ຈະຍັງຕ້ອງການ ໃຫ້ ຣູນີ ຢູ່ຮັບໃຊ້ຊາດຕໍ່ໄປ.
ຣູນີ ເຜີຍວ່າ: “ຂ້ອຍຕັດ ສິນໃຈແລ້ວ ຂ້ອຍໄດ້ເຫັນມາ ຫຼາຍຄັ້ງທີ່ນັກເຕະອຳລາໄປ ແລ້ວກັບມາເຕະໃຫ້ທີມຊາດ ແລະ ເດີນທາງໄປຫຼິ້ນໃນທົວ ນາເມນຕ່າງໆ ມັນບໍ່ຖືກຕ້ອງ ນັກເຕະທີ່້ໃຊ້ຄວາມພະຍາຍາມໃນການຜ່ານຮອບຄັດເລືອກ ໄປ ຣັດເຊຍ ຄືຄົນທີ່ເໝາະສົມ ທີ່ຈະລົງຫຼິ້ນໃນທົວນາເມນນີ້ ດັ່ງນັ້ນຂ້ອຍຈຶ່ງຖືວ່າຂ້ອຍໄດ້ ຕັດສິນໃຈໄປແລ້ວ ສ່ວນເລື່ອງ ການເປັນຜູ້ຈັດການທີມຊາດ ອັງກິດ ທ່ານບໍ່ມີທາງຮູ້ຫຍັງ ລ່ວງໜ້າແນ່ນອນ ຂ້ອຍຈຶ່ງຍັງ ບໍ່ຂໍປະຕິເສດ”