ເປີດບົດລົງໂທດທີ່ ແມນຊິຕີ້ ຈະໄດ້ຮັບ ຫາກລະເມີດກົດການເງິນແທ້

ແມນເຊັສເຕີ ຊິຕີ້ ອາດຖືກຍຶດແຊ໊ມ ພຣີເມຍລີກ 3 ສະໄຫມ ຫາກຜິດກົດການເງິນຂອງພຣີເມຍລີກ ສົ່ງຜົນໃຫ້ ແມນເຊັສເຕີ ຢູໄນເຕັດ ແລະ ລີເວີພູລ ຈະໄດ້ແຊ໊ມແທນ.

ຈາກກໍລະນີທີ່ ພຣີເມຍລີກ ຖະແຫລງການວ່າ ແມນເຊັສເຕີ ຊິຕີ້ ລະເມີດກົດທາງການເງິນ ຫລາຍກວ່າ 100 ຄັ້ງ ຕະຫລອດ 9 ລະດູການ ຕັ້ງແຕ່ເດືອນກັນຍາປີ 2009 – ລະດູການ 2017/2018.

ແນວໃດກໍຕາມ ແມນຊິຕີ ອາດຖືກປັບຄະແນນສູງເຖິງ 15 ຄະແນນ ຫລື ຫນັກວ່ານັ້ນ ອາດຖືກປັບຕົກຊັ້ນ ແຕ່ຍິ່ງໄປກວ່ານັ້ນ ຫາກຜິດແທ້ ແມນຊິຕີ ອາດຈະຖືກຍຶດແຊ໊ມລີກສູງສຸດຄືນ 3 ຄັ້ງທີ່ເຮັດໄດ້ໃນລະດູການ 2011/2012, 2013/2014 ແລະ 2017/2018.

ເຊ່ິງທີມທີ່ຈະໄດ້ຂັນດັ່ງກ່າວໄປຄອງແທນ ຄື ແມນເຊັສເຕີ ຢູໄນເຕັດ 2 ສະໄຫມ (2011/2012, 2017/2018) ຂະນະທີ່ ລີເວີພູລ ຄວ້າໄປຄອງແທນ 1 ສະໄຫມ (2013/2014).

ແລະ ຖ້າ ແມນຊິຕີ້ ເຮັດຜິດກົດແທ້ ເປບ ກວາດີໂອລາ ຜູ້ຈັດການທີມຄົນເກ່ັງຂອງທີມ ກໍ່ພ້ອມຈະອຳລາທີມເຊ່ັ່ນດຽວກັນ ດ້ອງຖ້າເບິ່ງວ່າການຕັດສິນເລື່ອງດັ່ງກ່າວຈະສິ້ນສຸດລົງແນວໃດ.