ລີດສ ສັ່ງປົດ ເຈສຊີ່ ມາກອອກຈາກຕຳແໜ່ງ ຫລັງບໍ່ຊະນະມາ 7 ນັດຕິດ

ລີດສ ຢູໄນເຕັດ ສະໂມສອນໃນ ພຣີເມຍລີກ ປະກາດປົດ ເຈສຊີ່ ມາກ ໃນວັນຈັນທີ 6 ກຸມພາ ທີ່ຜ່ານມາ ຫລັງຈາກທີ່ຄຸມໄດ້ພຽງ 1 ປີເທົ່ານັ້ນ.
ລາຍງານຂ່າວເປີດເຜີຍວ່າ ລີດສ ຢູໄນເຕັດ ຕັດສິນໃຈປົດ ເຈສຊີ່ ມາກ ເນື່ອງຈາກສະໂມສອນໃຫ້ການສະໜັບສະໜູນໃນການເສີມທີມລະດູການນີ້ຫລາຍກວ່າ 140 ລ້ານປອນ ແຕ່ສະໂມສອນ ກັບຕົກຢູ່ອັນດັບທີ 17 ຂອງຕາຕະລາງ ໂດຍມີຄະແນນຫລາຍກວ່າ ເຊົາແຮມຕັນ ທີມອັນດັບສຸດທ້າຍພຽງແຕ່ສາມຄະແນນເທົ່ານັ້ນ. ເຖິງວ່າຈະລົງຫລິ້ນໜ້ອຍກວ່າໜຶ່ງນັດ, ໂດຍເກມຫລ້າສຸດຂອງຄູຝຶກສອນອາຍຸ 49 ປີ ໄດ້ນໍາທີມໄປເສຍໃຫ້ກັບ ຟໍເຣສ 1-0 ໃນວັນອາທິດຜ່ານມານີ້.

