ລິເວີພູລ ຄວ້າລາງວັນສະໂມສອນ ເປັນມິດຕໍ່ສິ່ງແວດລ້ອມຫລາຍທີ່ສຸດ ໃນພຣີເມຍລີກຈາກອົງກອນ BSI ອັງກິດ

ລິເວີພູລ ໄດ້ຮັບລາງວັນທຳອິດໃນລະດູການ 2022-23 ເຊິ່ງເປັນລາງວັນໃບຮັບຮອງ ISO 20121 ຈາກສະຖາບັນມາດຕະຖານອັງກິດ (BSI) ຢືນຢັນວ່າ ລິເວີພູລ ເປັນສະໂມສອນເປັນມິດຕໍ່ສິ່ງແວດລ້ອມທີ່ສຸດໃນ ພຣີເມຍລີກ ນັບຈາກປີ 2022 ເປັນຕົ້ນມາ.

ສະຖາບັນມາດຕະຖານຂອງອັງກິດ (BSI) ກ່າວວ່າອົງການທີ່ໄດ້ຮັບລາງວັນນີ້ຈໍາເປັນຕ້ອງສະແດງໃຫ້ເຫັນວ່າພວກເຂົາກຳລັງຫລຸດຜ່ອນຜົນກະທົບດ້ານລົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມ, ຊຸມຊົນ ແລະ ເສດຖະກິດທ້ອງຖິ່ນ ລວມທັງຜົນກະທົບທາງບວກຂອງພວກເຂົາໃຫ້ໄດ້ຫລາຍທີ່ສຸດ ແລະ ປ່ອຍມໍລະດົກໄວ້ໃຫ້ເປັນທີ່ພາກພູມໃຈ.

ເຊິ່ງປະຈຸບັນ ລິເວີພູລ ກໍາລັງເຮັດວຽກກ່ຽວກັບໂຄງການ The Red Way, ເຊິ່ງມີຈຸດປະສົງເພື່ອສ້າງອະນາຄົດທີ່ດີກວ່າສໍາລັບຊຸມຊົນ ແລະ ໂລກໂດຍຜ່ານກິດຈະກໍາຂອງສະໂມສອນ. ໂດຍຫລັງຈາກສິ້ນສຸດລະດູການ 2022-23, ສະໂມສອນຈະປະຕິບັດແຜນການຫລຸດຜ່ອນການປ່ອຍອາຍຄາບອນໄດອ໊ອກຊາຍ ຢ່າງເຂັ້ມແຂງເພື່ອຊົດເຊີຍສະພາບອາກາດໂລກ.