ຕຳຫລວດໄທເຂັ້ມງວດ ສັ່ງເດັດຂາດ ເວລາຕັ້ງດ່ານຕ້ອງຕິດກ້ອງໃສ່ໜ້າເອິກ ແລະ ເຄື່ອງບັນທຶກທຸກນາຍ ລະເມີິດຖືກລົງວິໄນ ແລະ ອາຍາ
ສຳນັກຂ່າວ workpointtoday ລາຍງານວ່າ: ວັນທີ 3 ກຸມພາ 2023, ພົນຕຳຫລວດເອກ ດຳລົງສັກສິດ ກິດຕິປະພັນ ຜູ້ບັນຊາການຕໍາຫລວດແຫ່ງຊາດໄທ ສັ່ງໃຫ້ຕຳຫລວດທຸກຄົນທີ່ຕັ້ງຈຸດກວດ, ຈຸດສະກັດ ແລະ ດ່ານກວດຂອງຕຳຫລວດທຸກໜ່ວຍທົ່ວປະເທດ ຕ້ອງມີມາດຕະຖານໄປຕາມກົດໝາຍ ລະບຽບສຳນັກງານຕຳຫລວດຢ່າງເຄັ່ງຄັດ ໂດຍສະເພາະກ້ອງ Bodycam ຂອງຕຳຫລວດ ໃນການຕັ້ງດ່ານກວດທຸກຄັ້ງຕຳຫລວດຕ້ອງມີ ກ້ອງ Bodycam ທຸກຄົນ ເພື່ອບັນທຶກສຽງ ແລະ ພາບ ເຊິ່ງໃຫ້ເກີດຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ເພື່ອເຮັດໃຫ້ປະຊາຊົນເກີດຄວາມເຊື່ອໝັ້້ນໃນການປະຕິບັດໜ້າທີ່.
ຫາກບໍ່ມີກ້ອງ Bodycam ຫ້າມບໍ່ໃຫ້ມີການຕັ້ງດ່ານກວດ ທີ່ສຳຄັນຕຳຫລວດທຸກຄົນຕ້ອງໃສ່ເຄື່ອງແບບໃນການຕັ້ງດ່ານກວດທຸກຄັ້ງ ຕ້ອງບໍ່ມີຕຳຫລວດນອກເຄື່ອງແບບປະຕິບັດໜ້າທີ່ຕາມຈຸດກວດເດັດຂາດ.
ການຕັ້ງດ່ານຕ້ອງເປັນໄປເພື່ອປະໂຫຍດຂອງປະຊາຊົນ ແລະ ສັງຄົມ ເຊັ່ນ: ການຕັ້ງດ່ານຕ້ອງຕັ້ງເພື່ອປ້ອງກັນອຸບັດເຫດ, ຕ້ອງຕັ້ງເພື່ອປ້ອງກັນເຫດໃນພື້ນທີ່ສ່ຽງ ຖ້າຫາກຈຸດຕັ້ງດ່ານໃດບໍ່ມີມາດຕະຖານ ຫລື ມີການຮ້ອງຮຽນຮັບຜົນປະໂຫຍດ ເບື້ອງຕົ້ນຈະມີການລົງໂທດລະດັບຫົວໜ້າສະຖານີຕຳຫລວດທີ່ປ່ອຍປະລະເລີຍ, ບໍ່ໃສ່ໃຈໃນການກວດສອບຄວບຄຸມດູແລ ຈົນເກີດຄວາມເສຍຫາຍຕ້ອງມີການດຳເນີນການເດັດຂາດທັງລົງວິໄນ, ອາຍາ ແລະ ປົກຄອງ ລວມທັງພິຈາລະນາໂທດຜູ້ບັງຄັບບັນຊາ.

