ຟີມີໂນ ກຽມຕໍ່ສັນຍາໃຫມ່ກັບ ລີເວີພູລ ຄາດເຖິງປີ 2025

ສື່ຊື່ດັງລາຍງານວ່າ ໂຣແບໂຕ ຟີມີໂນ ກອງໜ້າ ລີເວີພູລ ກຽມຕໍສັນຍາກັບ ລີເວີພູລ ອອກໄປໂດຍຄາດວ່າເຖິງປີ 2025.

ສຳລັບ ຟີມີໂນ ຍ້າຍຈາກ ຮອຟເຟນໄຮ ມາຢູ່ໃນ ລີພູລ ເມື່ອປີ 2015 ເຊິ່ງລາວກໍເປັນກຳລັງສຳຄັນໃນການພາທີມຄວ້າມາຄອງທັງ ພຣີເມຍລີກ ອັງກິດ, ເອຟເອ ຄັບ, ຄາຣາບາວ ຄັບ, ຢູຟາ ແຊ໊ມປຽນ ລີກ, ຢູຟາ ຊຸບເປີ ຄັບ ແລະ ຟີຟາ ຄລັບ ເວີນ ຄັບ.

ຂະນະທີ່ຜົນງານສ່ວນຕົວດາວເຕະອາຍຸ 31 ປີ ລາວເຮັດໄດ້ 107 ປະຕູກັບ 78 ແອສຊິສ ຈາກການລົງສະໜາມ 348 ນັດ ທຸກລາຍການສ່ວນໃນລະດູການນີ້ ລາວຍິງໄປ 9 ປະຕູ ກັບ 4 ແອສຊິສ ຈາການລົງສະໜາມ 21 ນັດທຸກລາຍການ.

ແນວໃດກໍຕາມກອງໜ້າທີມຊາດບຣາຊິລ ຈະຫມົດສັນຍາກັບ ລີເວີພູລ ຫລັງຈົບລະດູການນີ້ ແຕ່ກ່ອນໜ້ານີ້ ໂຣເຈີ ວິດມັນ ໂຕແທນສ່ວນຕົວຂອງ ຟີມີໂນ ກ່າວເປັນໃນໆວ່າພວມເຈລະຈາເລື່ອງຂະຫຍາຍສັນຍາເຊິ່ງເດືອນກຸມພາຄາດວ່າຈະໄດ້ຂໍ້ສະຫລຸບ.

ຈົນຫລ້າສຸດ ຟລໍຣຽນ ເພລດເທນເບີກ ນັກຂ່າວຊື່ດັງຂອງ ສະກາຍ ສະປອດ ເປີດເຜີຍວ່າ ຟີມີໂນ ພວມຈະຂະຫຍາຍສັນຍາໃຫມ່ກັບ ລີເວີພູລ ຕາມຕົວ ແທນຂອງລາວລະບຸກ່ອນໜ້ານີ້ ໂດຍລາວຕ້ອງການເຊັນສັນຍາຈົນເຖິງປີ 2025.

ທັງນີ້ ຟີມີໂນ ພວມຢູ່ໃນໄລຍະປິ່ນປົວອາການບາດເຈັບກ້າມຊີ້ນ ແຕ່ໃກ້ຈະໄດ້ກັບມາຝຶກຊ້ອມກັບທີມໄດ້ແລ້ວ.