ອາເຊນອລ ຍື່ນ 60 ລ້ານປອນຫວັງຄວ້າ ໄຄເຊໂດ ເສີມແດນກາງ

ຜູ້ສື່ຂ່າວດັງເປີດເຜີຍ ອາເຊນອລ ຍື່ນຂໍ້ສະເໜີຈຳນວນ 60 ລ້ານປອນໃຫ້ກັບ ໄບຣຕັນ ໃນການເຊັນສັນຍາ ມອຍເຊສ ໄຄເຊໂດ ກອງກາງທີມຊາດເອກວາດໍ ມາຮ່ວມທີມ.
ສຳລັບ ໄຄເຊໂດ ສ້າງຜົນງານໄດ້ໜ້າປະທັບໃຈກັບ ໄບຣຕັນ ມາຕັ້ງແຕ່ລະດູການຜ່ານມາຈົນເຖິງລະດູການນີ້ເຮັດໃຫ້ມີຂ່າວຫລາຍທີມດັງເຊ່ັນ ລີເວີພູລ ແລະ ເຊລຊີ ຕ້ອງການຊື້ໄປເສີມທີມ.
ໂດຍ ເຊລຊີ ຄືທີມທຳອິດທີ່ມີການຍື່ນຂ້ໍສະເໜີຢ່າງເປັນທາງການຈຳນວນ 55 ລ້ານປອນ ໃຫ້ກັບ ໄບຣຕັນ ພິຈາລະນາ ເມື່ອໄລຍະບໍ່ເທົ່າໃດອາທິດກ່ອນ ແຕ່ກໍຖືກປະຕິເສດໄປ.
ຈົນຫລ້າສຸດ ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງເປີດເຜີຍວ່າ ອາເຊນອລ ໄດ້ຍື່ນຂໍ້ສະເໜີຢ່າງເປັນທາງການຈຳນວນ 60 ລ້ານປອນ ໃນການເຊັນສັນ ຍາກັບດາວເຕະອາຍຸ 21 ປີລາຍນີ້ ແຕ່ຍັງບໍ່ມີການຕອບຮັບຈາກໄບຣຕັນ ແຕ່ຢ່າງໃດ.
ທັງນີ້ ເຊື່ອວ່າ ໄບຣຕັນ ຕ້ອງການເກັບ ໄຄເຊໂດ ໄວ້ກັບທີມຈົນຈົບລະດູການນີ້ເປັນຢ່າງໜ້ອຍ.

