ໂຣນັລໂດ້ ລົງ 90 ນາທີຍັງຍິງບໍ່ໄດ້ ອັລ-ນາສເຊີ ເສຍໃຫ້ ອັລ-ອິຕິຮັດ 1-3 ຕົກຮອບ ຊາອຸ ຊຸບເປີ ຄັບ

ຄຣິສເຕຍໂນ ໂຣນັລໂດ້ ລົງສະໜາມເປັນຄັ້ງທີ 2 ໃຫ້ກັບ ອັລ-ນາສເຊີ ແຕ່ກໍ່ບໍ່ສາມາດເຮັດປະຕູທຳອິດໄດ້ໃນສີເສື້ອໃໝ່ຂອງຕົນ ແລະ ຍັງຕົກຮອບ​ຈາກ​ການ​ແຂ່ງ​ຂັນ​ບານ​ເຕະຊາອຸ ຊຸບເປີ ຄັບ ໄປແບບໜ້າເສຍດາຍ.

ຮອບຮອງຊະນະເລີດຂອງ ຊາອຸ ຊຸບເປີ ຄັບ ໃນຄືນທີ່ຜ່ານມາ (26 ມັງກອນ) ອັລ-ນາສເຊີ ຂອງ ໂຣນັລໂດ້ ບຸກໄປເສຍ ອັລ-ອິຕິຮັດ 1-3 ເຊິ່ງໃນເກມນີ້ ນັກເຕະອາຍຸ 37 ປີ ລົງຫລິ້ນເຕັມ 90 ນາທີ ກັບເພື່ອນຮ່ວມທີມ ແຕ່ໄດ້ປະຕູພຽງປະຕູດຽວປອບໃຈໃນນາທີ 67 ຈາກ ແອດເດີສັນ ທາລິສກາ.

ຈາກຜົນດັ່ງເຮັດໃຫ້ ໂຣນັລໂດ້ ຍັງຄົງຕ້ອງຊອກຫາປະຕູທຳອິດຂອງໂຕເອງໃຫ້ກັບ ອັລ-ນາສເຊີ ໂດຍນັດຕໍ່ໄປ ໂຣນັລໂດ້ ຈະລົງສະໜາມໃນເກມລີກກັບ ອັລ-ນາສເຊີ ໃນຄືນວັນສຸກທີ 3 ກຸມພາ ເວລາ 22:00 ໂມງ, ຢ່າງໃດກໍ່ດີ ເຖິງວ່າຈະຕົກຮອບຈາກ​ການ​ແຂ່ງ​ຂັນ​ບານ​ເຕະ​ ​ຊູ​ເປີ​ຄັບ, ແຕ່ ອັລ-ນາສເຊີ ຍັງ​ມີ​ອີກ​​ບານ​ຖ້ວຍອີກໜຶ່ງລາຍການໃຫ້ໄດ້ລຸ້ນນັ້ນຄື ຄິງສ ຄັບ ອອຟ ແຊ້ມປ້ຽນ ທີ່ຈະແຂ່ງເດືອນມີນານີ້.