ການດື່ມເບຍມີປະໂຫຍດຕໍ່ລໍາໄສ້ ແລະ ມີຄຸນສົມບັດໃນການປ້ອງກັນພະຍາດຊໍາເຮື້ອ

ຜົນການວິໄຈຈາກສູນເຕັກໂນໂລຊີ ແລະ ບໍລິການສຸຂະພາບ (CINTESIS) ໃຫ້ຮູ້ວ່າການດື່ມເບຍມີປະໂຫຍດຕໍ່ລໍາໄສ້ ແລະ ມີຄຸນສົມບັດໃນການປ້ອງກັນພະຍາດຊໍາເຮື້ອ ເພາະເບຍມີສ່ວນຊ່ວຍໃນການປັບປຸງອົງປະກອບຂອງຈະລິຊີໃນລໍາໄສ້ ທີ່ເປັນປັດໄຈທີ່ເຊື່ອມໂຍງກັບການປ້ອງກັນພະຍາດຊໍາເຮື້ອທີ່ພົບໄດ້ຫລາຍເຊັ່ນ: ພະຍາດອ້ວນ, ເບົາຫວານ ແລະ ພະຍາດຫົວໃຈ
.
ນອກຈາກນີ້ຍັງພົບວ່າ ເບຍທີ່ສົ່ງຜົນຕໍ່ສຸຂະພາບຂອງລໍາໄສ້ນັ້ນບໍ່ໄດ້ຂຶ້ນກັບວ່າມີປະລິມານແອວກໍຮໍຫລາຍ ຫລື ໜ້ອຍພຽງແຕ່ຢ່າງໃດ
.

