500 ລ້ານປອນ ເອຟເວີຕັນ ປະກາດຂາຍທີມ ຫລັງຈາກປົດ ແຟຣັງ ແລມພາດ

ເຈົ້າຂອງທີມ ທັອບຟີ ສີຟ້າ ກຽມນຳທີມເຂົ້າສູ່ຕະຫລາດ ເພື່ອຫາລາຍໄດ້ຫລາຍກວ່າ 500 ລ້ານປອນ ເພື່ອລະດົມທຶນໃນສ່ວນທີ່ຂາດຫາຍໄປຈາກການສ້າງສະຫນາມກິລາໃຫມ່ ແລະ ຫາຜູ້ຈັດການທີມຄົນໃໝ່.
ຟາຮັດ ໂມຊິຣີ ເຈົ້າຂອງທີມ ເອຟເວີຕັນ ອອກມາປະກາດຂາຍທີມ ຫລັງຈາກທີ່ປົດ ແຟຣັງ ແລມພາດ ອອກຈາກຕຳແໜ່ງໄດ້ພຽງໜຶ່ງມື້, ອີງຕາມການລາຍງານຈາກ Guardian.
ທີມ ທັອບຟີ ສີຟ້າ ແມ່ນກຳລັງຢູ່ໃນຟອມທີ່ບໍ່ດີ. ຫລັງຈາກເກັບໄດ້ພຽງ 15 ຄະແນນຈາກ 20 ນັດ, ຊະນະ 3 ນັດ, ສະເໝີ 6 ນັດ ແລະ ເສຍ 11 ນັດ, ສົ່ງຜົນໃຫ້ທີມຕ້ອງປົດ ແຟຣັງ ແລມພາດ ອອກການເປັນຜູ້ຈັດການທີມ.
ຂະນະດຽວກັນ ພວກເຂົາຕ້ອງໃຊ້ເງິນຈຳນວນຫລາຍໃນການສ້າງສະໜາມກິລາແຫ່ງໃໝ່. ເພື່ອທົດແທນ ກູດິສັນ ພາກ ທີ່ຖືກນໍາໃຊ້ເປັນເວລາດົນນານ ປະກອບກັບ ອະລິສເຊີ ອຸສມານນອຟ, ມະຫາເສດຖີຄົນຣັດເຊຍ ເຊິ່ງເປັນທໍ່ນ້ຳລ້ຽງຄົນສຳຄັນ ຊັບສິນຂອງເຂົາເຈົ້າຖືກຍຶດ ເນື່ອງຈາກມີຄວາມສະໜິດສະໜົມກັບທ່ານ ວາຣາດິເມຍ ປູຕິນ, ຜູ້ນຳລັດເຊຍ ທີ່ສັ່ງໃຫ້ບຸກ ຢູເຄຣນ.

