ເບກແຄມ ວາງເປົ້າຄວ້າ ໂຣນັນໂດ ມາຮ່ວມທີມຂອງໂຕເອງ

ເດວິດ ເບກແຄມ ອະດີດ ກອງກາງຄົນເກັ່ງຂອງວົງ ການບານເຕະຊາວ ອັງກິດ ແລະ ຕຳນານ ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວສົນ ໃຈຈະຄວ້າ ຄຣິສຕຽນໂນ ໂຣ ນັນໂດ ກອງໜ້າຊາວ ໂປຣຕຸ ເກດ ຂອງ ຣິນ ມາດຣິດ ມາ ຮ່ວມທີມບານເຕະຂອງລາວ.
ເປັນທີ່ເຂົ້າໃຈວ່າ ເບກ ແຄມ ທຸ່ມເງິນປະມານ 15 ລ້ານປອນ ຊື້ທີມບານເຕະໃນ ເມືອງໄມອາມີ ໂດຍລາວຖື ຫຸ້ນຢູ່ທ່ີ 25% ດ້ວຍກັນ ແລະ ລາວເອງໄດ້ວາງເປົ້າໃຫຍ່ນັ້ນຄືມີແຜນຄວ້າ ໂຣນັນໂດ ມາ ຮ່ວມທີມ ເພື່ອເປັນໂຕດຶງດູດ ທັງໃນ ແລະ ນອກສະຖານທີ່.
ສຳລັບ ໂຣນັນໂດ ຕົກ ເປັນຂ່າວຕ້ອງການຍ້າຍອອກຈາກທີມ ຣິນ ມາດຣິດ ຫຼັງ ລາວເອງບໍ່ມີຄວາມສຸກ ເນື່ອງ ຈາກຖືກສານໃນ ປະເທດສະ ເປນ ຟ້ອງດຳເນີນຄະດີໃນຂໍ້ ຫາໜີພາສີໃນລະຫວ່າງປີ 2011-14 ແຕ່ທ້າຍທີ່ສຸດ ແລ້ວລາວເອງກໍຍັງຢູ່ກັບທີມຕໍ່ໄປ.