ເສັ້ນທາງໃໝ່ ເບລ ປະກາດລຸຍ ພີຈີເອ ທົວ ຫລັງປະກາດເລີກອາຊີບເຕະບານໄດ້ສອງອາທິດ

ແກເຣັດ ເບລ ອະດີດກອງໜ້າທີມຊາດເວລ, ສະໂມສອນ ຣຽວ ມາດຣິດ ແລະ ທັອດແນມ ຮັອດສະເປີ ປະກາດວ່າກຽມລົງຫລິ້ນໃນລາຍການ ພີຈີເອ ທົວ ຫລັງຈາກລາວົງການບານເຕະພຽງ 2 ອາທິດເທົ່ານັ້ນ
ນັກເຕະຄວາມໄວສູງ ໄດ້ຕັດສິນໃຈເຊົາຈາກບານເຕະອາຊີບໃນເດືອນມັງກອນ ຫລັງຈາກທີ່ເປັນສ່ວນຫນຶ່ງຂອງ ມັງກອນແດງ ທີ່ລົງຫລິ້ນໃນການແຂ່ງຂັນບານໂລກຄັ້ງຮອບສຸດທ້າຍ
ໃນຊ່ວງບັ້ນປາຍຂອງອາຊີບບານເຕະຂອງ ເບລ ໄດ້ກ່າວຢ່າງຊັດເຈນວ່າລາວມີຄວາມສົນໃຈໃນກິລາກ໊ອຟ ເຖິງຂະໜາດທີ່ແຟນບານຈຳນວນໜຶ່ງມັກເວົ້າຢອກເລື່ອງນີ້ເປັນປະຈຳ
ຈົນຫລ້າສຸດ, ລາວໄດ້ປະກາດຜ່ານ ອິນສະຕຣາແກຣມ ຂອງລາວວ່າຈະລົງແຂ່ງຂັນໃນ AT&T Pebble Beach Pro-Am, ເປັນລາຍການ PGA Tour ທີ່ຈະເລີ່ມໃນຕົ້ນເດືອນຫນ້າ.

