ຟລອຍ ເມເວເທີ ຢືນຢັນຊົກນັດພິເສດກັບ ແຊ໊ມໂລກມວຍໄທ

ຟລອຍ ເມເວເທີ ຈູເນຍ ຍອດນັກຊົກຊາວອາເມລິກາ ຢືນຢັນຈະຂຶ້ນສັງວຽນນັດພິເສດກັບ ລຽມ ແຮຣີສັນ ນັກມວຍໄທຊາວອັງກິດ ໃນວັນທີ 25 ກຸມພານີ້ ທີ່ ໂອທູ ນະຄອນຫລວງລອນດອນ ປະເທດອັງກິດ.
ເມເວເທີ ອາຍຸ 46 ປີ ປະກາດຂ່າວທາງອິນສະຕາແກຣມ ວ່າມີກຳນົດຂຶ້ນຊົກກັບມວຍໄທອາຍຸ 37 ປີຈາກລີດ ດີກຣີແຊ໊ມໂລກມວຍໄທ ດັບເບິນຢູບີຊີ ໃນປີ 2014 ເຈົ້າຂອງສະຖິຕິຊົກຊະນະ 90 (ນ໊ອກ 50) ເສຍ 25 ສະເຫມີ ເຊິ່ງຄາດວ່າຈະເປັນການຊົກໃນກະຕິກາມວຍສາກົນຄືເກ່ົາ ເຊິ່ງນັດນີ້ຖືເປັນນັດພິເສດຄັ້ງທີ 6 ຕໍ່ຈາກການຊົກກັບ ເທນຊິນ ນາສຶຄາວະ (ຍີ່ປຸ່ນ) ປີ 2018, ໂລແກນ ພອລ ຢູທູບເບີໃນປີ 2021, ດອນ ມົວ-ມິຄຸຣ ອາຊາຄຸຣະ ເດຈີ ໂອລາຕຸນຈີ ໃນປີ 2022.
“ ຖ້າລາຄາດີກໍບໍ່ໄດ້ມີບັນຫາຫຍັງ ຈາກນັດກັບ ອາຊາຄຸຣະ ຂ້ອຍໄດ້ເງິນປະມານ 15-20 ລ້ານໂດລາສະຫະລັດ ມັນເປັນນັດພິເສດ ດີຫລາຍກັບການຊົກ 9 ນາທີ 20 ລ້ານໂດລາ ກໍໂອເຄຢູ່ ” ຟລອຍ ກ່າວ.
ສຳລັບ ຟລອຍ ແຊ໊ມໂລກ 5 ພິກັດຮຸ່ນ ເຈົ້າຂອງສະຖິຕິແຊ໊ມໂລກຊະນະລວດ 50 ຄັ້ງ ຂຶ້ນຊົກອາຊີບຢ່າງເປັນທາງການຄັ້ງສຸດທ້າຍກັບ ຄໍເນີ ແມັກເກຣເກີ ນັກສູ້ເອັມເອັມເອ ຊາວໄອແລນ ໃນປີ 2017 ກ່ອນຈະປະກາດແຂວນນວມ ແລະ ຮັບວຽກຂຶ້ນຊົກພິເສດຢ່າງຕໍ່ເນື່ອງ.
ຂະນະທີ່ ລຽມ ແຮຣີສັນ ເຄີຍເຂົ້າຊົກມວຍໄທກັບ ວັນ ແຊ໊ມປຽນຊິບ ຮຸ່ນແບນຕຳເວດ ແຕ່ເສຍໃຫ້ ນ້ອງໂອ໋ ໄກ່ຢ່າງຫ້າດາວຢິມ ໃນການແຂ່ງຂັນ “ ວັນ ອອຟ ໄພຣ ວີດີໂອ 1 ” ເມື່ອເດືອນສິງຫາ 2022.

